Tag: 7 ຕົ້ນໄມ້

June 7, 2023 Off

7 ຕົ້ນໄມ້ປະດັບ ເສີມໂຊກລາບໃຫ້ຜູ້ປູກ ໝານໆເຮັ່ງໆ

By FC

ການປູກຕົ້ນໄມ້-ດອກໄມ້ປະດັບ ກໍເປັນອີກຫນຶ່ງກິດຈະກຳທີ່ຫລາຍຄົນນິຍົມຊົມຊອບ ເພາະນອກຈາກຈະສ້າງຄວາມສວຍງາມແລ້ວ ຍັງເປັນມິດຕໍ່ສຸຂະພາບ: ຊ່ວຍໃຫ້ຜ່ອນຄາຍສະບາຍຕາ,ຊ່ວຍຟອກອາກາດ,ເຮັດໃຫ້ຈິດໃຈເບີກບານສົດຊື່ນ. ພ້ອມດຽວກັນ, ກໍຍັງມີໄມ້ປະດັບຫລາຍຊະນິດທີ່ມາພ້ອມກັບຄວາມເຊື່ອທີ່ວ່າ ຫາກປູກໄວ້ແລ້ວຈະນຳມາເຊິ່ງຄວາມເປັນສິຣິມຸງຄຸນ ອັນໄດ້ແກ່ 1 ຕົ້ນສະເຫນຈັນແດງ: ເປັນພືດມະຫານິຍົມ, ເສີມບາລະມີ, ໂຊກລາບ, ເຮັດໃຫ້ຄົນນິຍົມຊົມຊອບ, ເງິນຄຳໄຫລມາເທມາ. 2 ຕົ້ນມະຫາເຮັງ: ເປັນພືດມຸງຄຸນທີ່ປູກຮັບໂຊກໃນໄລຍະຕົ້ນປີ, ເພິ່ນນິຍົມມອບເປັນຂອງຂວັນໃຫ້ແກ່ກັນໃນໂອກາດຕ່າງໆ.…