November 12, 2022
ຕອນບໍ່ມີແຟນ ເຮົາກ້າທີ່ຈະສະແດງອອກວ່າ ‘ໂສດ’ ແຕ່ພໍມີຄົນຮັກ ເປັນຫຍັງຈຶ່ງ ບໍ່ກ້າສະແດງອອກວ່າ ‘ຮັກ’
ຕອນບໍ່ມີແຟນເຮົາກ້າທີ່ຈະສະແດງອອກວ່າເຮົາ ‘ໂສດ’ ແຕ່ພໍມີຄົນຮັກແລ້ວ–ເປັນຫຍັງຈຶ່ງຊິບໍ່ກ້າສະແດງອອກວ່າ ‘ຮັກ’ ການສະແດງອອກໃນມຸມທີ່ມັນເໝາະສົມ ແລະ ບໍ່ເກີນຂອບເຂດ ມັນຈະມີຄຸນຄ່າທາງຄວາມຮູ້ສຶກໃນໂຕຂອງມັນເອງສະເໝີແຫລ່ະ ທີ່ສຳຄັນຄື–ການສະແດງອອກແບບນີ້ ມັນຄືການໃຫ້ກຽດຄວາມຮູ້ສຶກຂອງຄົນທີ່ເຮົາຮັກວ່າ: ເຂົາມີຕົວຕົນໃນຢູ່ໃນຊີວິດເຮົາ ແລະ ‘ເຂົາຄືທີ່ສຸດຂອງຄວາມສຸກໃຈຂອງເຮົາ’ ພຽງຄົນດຽວ ຈາກ: jarnwarng