Tag: ວັນຊາດລາວ

December 2, 2022 0

ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີຢ່າງສຸດໃຈ

By FC

ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫລາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດ ໃນການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ມີນໍ້າໃຈບຸກບືນສູງໃນການສ້າງສາພັດທະນາປະເທດຊາດຂອງຕົນ. ໂດຍສືບທອດມູນເຊື້ອອັນອົງອາດກ້າແກ່ນຂອງບັນພະບຸລຸດຄືດັ່ງກ່າວມານັ້ນ; ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ…