Tag: ລາອາຊີບ

December 11, 2022 0

ອີກແລ້ວ 8 ປີ 6 ເດືອນ ເຮັດວຽກຊ່ວຍເຫືຼອສັງຄົມ ບໍ່ມີວີແວວວ່າຊິໄດ້ເຂົ້າເປັນພະນັກງານລັດຖະກອນ ຕ້ອງອໍາລາອາຊີບແພດພະຍາບານ

By FC

4/6/2014_9/12/2022 ປັດຈຸບັນນີ້ໄດ້ 8 ປີ 6 ເດືອນ ແລ້ວບທີເຮົາໄດ້ເຮັດວຽກຊ່ວຍເຫືຼອສັງຄົມ ພັກ ລັດແຕ່ກະຍັງບໍ່ມີວີແວວວ່າຊິໄດ້ເຂົ້າເປັນພະນັກງານລັດຖະກອນໄດ້ກິນເງີນເດືອນນຳເພີ່ນ ມື້ນີ້ກະເລີຍເອົາເຄື່ອງອອກມາເບີ່ງເປັນຄັ້ງສຸດທ້າຍສຳລັບເຄື່ອງອາຊີບແພດພະຍາບານຖ້າຄອບຄົວຂອງເຮົາມີເສັ້ນສາຍມີເງີນຄຳມີຜູ້ຄ້ຳຊູຍູ້ຫນູນມີຜູ້ເບີ່ງເຫັນເຮົາໃນສາຍຕາບາງທີກະອາດຊິໄດ້ກິນເງີນເດືອນນຳເພີ່ນແລ້ວ ແຕ່ກະບໍ່ໄດ້ໂທດຄອບຄົວພໍ່ແມ່ອ້າຍເອື້ອຍເພາະເພີ່ນກະໄດ້ຊ່ວຍເຮົາເຕັມທີແລ້ວຢາງນ້ອຍເຮົາກະໄດ້ມີຄວາມຮູ້ມີປະສົບການຈາກການເຮັດວຽກເບີ່ງແຍງຊ່ວຍເຫຼຶອຄົນອື່ນ ຜ່ານມາເຖິງວ່າຊິລຳບາກຫຍຸ້ງຍາກບໍ່ມີເວລາເບີ່ງແຍງຄອບຄົວ ແລະລູ ກອົດລັບອົດນອນບາງທີບໍ່ມີຮອດເວລາຊິກິນເຂົ້າກິນນ້ຳແຕ່ກະພູມໃຈໃນຫນ້າທີທີ່ຮຽນມາຢ່າງນ້ອຍເຮົາກະມີຄວາມຮູ້ຕິດໂຕເພື່ອເບີ່ງແຍງພໍ່ແມ່ອ້າຍເອື້ອຍໃນເວລາເຈັບໄຂ້ເຖິງວ່າຄວາມຮູ້ຊິບໍ່ສູງ . ແຕ່ກະພໍແກ້ໄຂໃນຍາມສຸກເສີນ(ເສຍດາຍວັນເວລາທີຜ່ານມາ)

December 1, 2022 0

ອົດທົນມາຕະຫຼອດ 9 ປີ 3 ເດືອນ ສຸດມັກຮັກໃນອາຊີບ ແຕ່ສູ້ບໍ່ໄຫວ ຂໍຖອຍຈາກອາຊີບຄູ

By FC

ຝາກກົດໄລ້ແຊສແດ່ເດີທຸກຄົນບາງທີມີຜູ້ໃຈບຸນເພິ່ນຢາກຊ່ວຍເຫລືອຕໍ່ເປັນທຶນຮອນເພື່ອສູ້ຊີວິດຕໍ່ໄປ.ໂລກນີ້ໂຫດຮ້າຍເກີນນໍຄຶບໍ່ຢຸດຕິທຳກັບຂ້ອຍເເທ້ເດຮຽນມາ 5 ປີຈົບປະລິນຍາຕີໂຄດວ່າທຸກແລ້ວຈົບມາເຮັດວຽກທຸກ10ເທົ້າສອນບໍ່ໄດ້ເງິນຈັກເທື່ອມີແຕ່ລໍໆອົດທົນບອກໃຈໂຕເອງມາຕະຫຼອດຈົນມາຮອດ 9 ປີ 3 ເດືອນ ສຸດມັກຮັກໃນອາຊີບແຕ່ອາຊີບສູ້ກັບບໍ່ໄຫວຖອຍອອກມາຈາກອາຊີບຄູ,ບາງທີອາຊີບອື່ນອາດເຫມາະສົມກັບເຮົາກ່ອນນີ້, ເຄີຍມີຄວາມຄິດຢາກຮຽນສູງໆຈົບມາມີເງິນເດືອນໃຫ້ແມ່ເອຶ້ອຍນ້ອງພູມໃຈລູກຂໍໂທດເດແມ່ເອຶ້ອຍນ້ອງ ຄິດວ່າຊິສູ້ຕໍ່ແຕ່ຫນັກເກີນກຳລັງ,ຄິດໃນໃຈວ່າຖ້າໄດ້ລັດຖະກອນມື້ໃດເງິນກ້ອນແລກຊິບໍ່ໃຊ້ຊິໃຫ້ແມ່ເອຶ້ອຍນ້ອງຜູ້ທຸກນຳຜູ້ຊຸກຍູ້ເຮົາຮຽນ,ສຸດທ້າຍກະໄປບໍ່ຮອດຝັ່ງຝັນ, ລູກຂໍໂທດເດີແມ່ເອຶ້ອຍນ້ອງທຸກຄົນ,ສູ້ບໍ່ໄຫວອະຫລີ່ສະພາບແວດລ້ອມຄູ່ມື້ແມ່ນໃຊ້ແຕ່ເງິນ,ເຮົາບໍ່ມີເວລາຫາເງິນມີແຕ່ເວລາໄປສອນເບິດມື້ເບິດເດືອນບໍ່ໄດ້ເງິນເດືອນ,ຂະຫນາດພະນັກງານມີເງິນເດືອນເງິນອອກຊ້າມື້1-2ຍັງຮ້ອງໂອຍໆບາດທີ່ເຮົາຄູອາສາ9ປີເງິນເດືອນບໍ່ອອກ, ເວລາມີງານຈັດງານເກັບເງິນກັນກະວ່າຄູອາສາກະເກັບເດີສາມະຄີ,ຄິດໄດ້ແນວໃດວ່າສາມະຄີເງິນເດືອນບໍ່ມີຈັກກີບບໍ່ເຫັນໃຈກັນແດ່ນໍເຫັນຜັກຫອມຫ້ຽນແຄມທາງຢ່າຟ້າວຢ່ຳບາດປີ້ນປົ່ງໃບຍັງຊິໄດ້ໃສ່ລາບກ້ອຍດອກນາ,ເຮົາສູ້ມາຮອດຈຸດນີ້ໃຜວ່າຂ້ອຍບໍ່ເກັ່ງກະຢ່າຂ້ອຍສູ້ສຸດແລ້ວດິ້ນລົ້ນທຸກຢ່າງໃຫ້ມີຄຶຫມູ່ເສື້ອຜ້າເຄື່ອງຂອງຕັດໄຫ່ມໃສ່ຊຸດໄຫມ່ດິ່້ນລົ້ນຫາເງິນໄປນຳສອນໄປນຳຍ້ອນຢາກໄດ້ມີຄຶຫມູ່, ຫມູ່ໃສຊຸດໄຫ່ມເຮົາກະໄຫ່ມຄືກັນ,ເມື່ອຍດິ້ນລົ້ນຂໍລາມາເປັນນາຍໂຕເອງບາດນິ.ສອນໄປວັນໆແບບບໍ່ມີຄວາມຫວັງສ່ຳງົມເຂັ້ມໃນທະເລ. ສຸດທ້າຍຈຳເປັນຕ້ອງໄດ້ຖ້ອຍອອກມາຍ້ອນເຮົາຄົນຈົນເງິນນ້ອຍສອນຫລາຍປີສ່ຳໃດກະບໍ່ໄດ້ລັດຖະກອນ,ບາດລູກເຈົ້າລູກນາຍມານຳຫລັງດັງກ່ອນໄດ້ລັດຖະກອນ,ໂລກນີ້ຕັ້ງລຳອ່ຽງນໍ,ຖ້າໂລກນີ້ເປັນແບບນີ້ປະເທດຊາດບ້ານເມືອງຊິຈະເລີນກ້າວຫນ້າແນວໃດແຕ່ລະປີຕ້ອງມີພະນັກງານຄູອາສາດີໆເຮັດດ້ວຍໃຈຕັ້ງໃຈສອນໄປໂດຍບໍ່ຫວັງສິ່ງຕອບແທນ, ສູ້ຈົນເບິດແຮງແຕ່ກະສູ້ລູກເຈົ້າຫລານນາຍບໍ່ໄດ້ພັກລັດຕັ້ງບໍ່ເຫັນໃຈຜູ້ເງິນນ້ອຍນໍ,ເຫັນແຕ່ຜູ້ມີອຳນາດມີເສັ້ນມີສາຍຈົບມາລະໄດ້ບັນຈຸລັດຖະກອນໂລດ,ເຮົາຜູ້ຄົນຈົນຮຽນມາກະໃຊ້ເງິນຫລາຍລ້ານຄຶກັນກັບລູກເຈົ້າຫລານນາຍຫະແລະບໍ່ໄດໃຊ້ໃບໄມ້ຮຽນດອກກ່ວາຊິຈົບແມ່ຂາຍງົວ,ຄວາຍງົວວເບິດເປັນຄອກ,ຕົ້ນໄມ້ໄຮ່ນາຮົ້ວສ່ວນຂາຍເບິດເພື່ອໃຫ້ລູກໄດ້ຮ່ຳຮຽນ.ພີມນຳນ້ຳຕາໄຫລນຳ ບໍ່ຢາກໃຫ້ແຕ່ມັນໄຫລອອກເອງ.