ສຸດທ້າຍກະມາຮອດມື້ນີ້ ສ້າງນຳກັນມາຈົນມີທຸກຢ່າງ ຊີວິດຄູ່ຖ້າຢູ່ກັນບໍ່ມີຄວາມສຸກກະປ່ອຍ ຈົບຮັກຊີວິດຄູ່ 10 ປີ
ຈາກໂພສ Jen’jan Nee ສຸດທ້າຍແລ້ວກະມາຮອດມື້ນີ້ຈົນໃດ້ 24.11.2012-11.12.2022 (ໄລຍະເວລາ10ກວ່າປີທີ່ເຮົາໃດ້ໄຊ້ຊີວິດຄູ່) (ແລະອີກ4ປີປາຍໆທີ່ເຮົາມີປັນຫາກັນບໍ່ເຂົ້າໃຈກັນ)ມັນຈົບລົງແລ້ວ ບໍ່ມີໃຜຢາກໃຫ້ເລື່ອງນີ້ມັນເກີດຂື້ນ ຂ້ອຍຄິດວ່າເຮົາ2ຄົນກະຄືຊິພະຍາຍາມສຸດໆແລ້ວທີ່ຊິປະຄອງໃຫ້ມັນເຖິງຝັນແຕ່ມັນກະບໍ່ລອດ ໄລຍະເວລາ 4-5 ປີມານີ້ ຂ້ອຍບໍ່ຮູ້ວ່າອີຫຍັງເຮັດໃຫ້ເຮົາ2ຄົນຕ້ອງເປັນແບບນີ້ ມັນຍ້ອນຫຍັງເຫດຜົນຫຍັງ ເຮົາບໍ່ປິ່ນໜ້າເວົ້າກັນ ບໍ່ເຄີຍຖາມຖາມໄຖ່ກັນ ບໍ່ເຄີຍປືກສາກັນ ບໍ່ມີແມ້ແຕ່ຕຳຖາມແລະກະຄຳຕອບໃຫ້ກັນ (ເຮົາ2ຄົນຜິດຍ່າງ1ທີ່ບໍ່ເປີດໃຈເວົ້າກັນບໍ່ປິ່ນໜ້າຫາກັນບໍ່ເວົ້າຕົງໆຕ່າງຄົນຕ່າງກະມີມຸມມອງຂອງໃຜຂອງລາວ) ຂ້ອຍຂໍໂທດ…