November 9, 2022
ຕີຄີ ປີນີ້ ປະຊາຊົນຊະນະ “ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍບໍ່ອຶດເຂົ້າປາ ເຂົ້າເຕັມນາປາເຕັມໜອງ ເສດຖະກິດຮຸ່ງເຮືອງ”
ຕີຄີ ແມ່ນກິລາປະເພນີທີ່ສືບທອດກັນມາແຕ່ບູຮານ. ບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນທີ່ຍິ່ງໃຫຍ່ສຳລັບຄົນລາວ, ເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນ, ຮັກສາສິນ ເຊິ່ງໃນແຕ່ລະປີ. ນອກຈາກຈະມີກິດຈະກຳທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ສຶບຕໍ່ມາແຕ່ດົນນານ ນັັ້ນກໍຄື: ກິລາ ຕີຄີ ເຊິ່ງແມ່ນກິດຈະກຳທີ່ມີຄວາມໝາຍ…