Category: ການສຶກສາ

December 1, 2022 0

ອົດທົນມາຕະຫຼອດ 9 ປີ 3 ເດືອນ ສຸດມັກຮັກໃນອາຊີບ ແຕ່ສູ້ບໍ່ໄຫວ ຂໍຖອຍຈາກອາຊີບຄູ

By FC

ຝາກກົດໄລ້ແຊສແດ່ເດີທຸກຄົນບາງທີມີຜູ້ໃຈບຸນເພິ່ນຢາກຊ່ວຍເຫລືອຕໍ່ເປັນທຶນຮອນເພື່ອສູ້ຊີວິດຕໍ່ໄປ.ໂລກນີ້ໂຫດຮ້າຍເກີນນໍຄຶບໍ່ຢຸດຕິທຳກັບຂ້ອຍເເທ້ເດຮຽນມາ 5 ປີຈົບປະລິນຍາຕີໂຄດວ່າທຸກແລ້ວຈົບມາເຮັດວຽກທຸກ10ເທົ້າສອນບໍ່ໄດ້ເງິນຈັກເທື່ອມີແຕ່ລໍໆອົດທົນບອກໃຈໂຕເອງມາຕະຫຼອດຈົນມາຮອດ 9 ປີ 3 ເດືອນ ສຸດມັກຮັກໃນອາຊີບແຕ່ອາຊີບສູ້ກັບບໍ່ໄຫວຖອຍອອກມາຈາກອາຊີບຄູ,ບາງທີອາຊີບອື່ນອາດເຫມາະສົມກັບເຮົາກ່ອນນີ້, ເຄີຍມີຄວາມຄິດຢາກຮຽນສູງໆຈົບມາມີເງິນເດືອນໃຫ້ແມ່ເອຶ້ອຍນ້ອງພູມໃຈລູກຂໍໂທດເດແມ່ເອຶ້ອຍນ້ອງ ຄິດວ່າຊິສູ້ຕໍ່ແຕ່ຫນັກເກີນກຳລັງ,ຄິດໃນໃຈວ່າຖ້າໄດ້ລັດຖະກອນມື້ໃດເງິນກ້ອນແລກຊິບໍ່ໃຊ້ຊິໃຫ້ແມ່ເອຶ້ອຍນ້ອງຜູ້ທຸກນຳຜູ້ຊຸກຍູ້ເຮົາຮຽນ,ສຸດທ້າຍກະໄປບໍ່ຮອດຝັ່ງຝັນ, ລູກຂໍໂທດເດີແມ່ເອຶ້ອຍນ້ອງທຸກຄົນ,ສູ້ບໍ່ໄຫວອະຫລີ່ສະພາບແວດລ້ອມຄູ່ມື້ແມ່ນໃຊ້ແຕ່ເງິນ,ເຮົາບໍ່ມີເວລາຫາເງິນມີແຕ່ເວລາໄປສອນເບິດມື້ເບິດເດືອນບໍ່ໄດ້ເງິນເດືອນ,ຂະຫນາດພະນັກງານມີເງິນເດືອນເງິນອອກຊ້າມື້1-2ຍັງຮ້ອງໂອຍໆບາດທີ່ເຮົາຄູອາສາ9ປີເງິນເດືອນບໍ່ອອກ, ເວລາມີງານຈັດງານເກັບເງິນກັນກະວ່າຄູອາສາກະເກັບເດີສາມະຄີ,ຄິດໄດ້ແນວໃດວ່າສາມະຄີເງິນເດືອນບໍ່ມີຈັກກີບບໍ່ເຫັນໃຈກັນແດ່ນໍເຫັນຜັກຫອມຫ້ຽນແຄມທາງຢ່າຟ້າວຢ່ຳບາດປີ້ນປົ່ງໃບຍັງຊິໄດ້ໃສ່ລາບກ້ອຍດອກນາ,ເຮົາສູ້ມາຮອດຈຸດນີ້ໃຜວ່າຂ້ອຍບໍ່ເກັ່ງກະຢ່າຂ້ອຍສູ້ສຸດແລ້ວດິ້ນລົ້ນທຸກຢ່າງໃຫ້ມີຄຶຫມູ່ເສື້ອຜ້າເຄື່ອງຂອງຕັດໄຫ່ມໃສ່ຊຸດໄຫມ່ດິ່້ນລົ້ນຫາເງິນໄປນຳສອນໄປນຳຍ້ອນຢາກໄດ້ມີຄຶຫມູ່, ຫມູ່ໃສຊຸດໄຫ່ມເຮົາກະໄຫ່ມຄືກັນ,ເມື່ອຍດິ້ນລົ້ນຂໍລາມາເປັນນາຍໂຕເອງບາດນິ.ສອນໄປວັນໆແບບບໍ່ມີຄວາມຫວັງສ່ຳງົມເຂັ້ມໃນທະເລ. ສຸດທ້າຍຈຳເປັນຕ້ອງໄດ້ຖ້ອຍອອກມາຍ້ອນເຮົາຄົນຈົນເງິນນ້ອຍສອນຫລາຍປີສ່ຳໃດກະບໍ່ໄດ້ລັດຖະກອນ,ບາດລູກເຈົ້າລູກນາຍມານຳຫລັງດັງກ່ອນໄດ້ລັດຖະກອນ,ໂລກນີ້ຕັ້ງລຳອ່ຽງນໍ,ຖ້າໂລກນີ້ເປັນແບບນີ້ປະເທດຊາດບ້ານເມືອງຊິຈະເລີນກ້າວຫນ້າແນວໃດແຕ່ລະປີຕ້ອງມີພະນັກງານຄູອາສາດີໆເຮັດດ້ວຍໃຈຕັ້ງໃຈສອນໄປໂດຍບໍ່ຫວັງສິ່ງຕອບແທນ, ສູ້ຈົນເບິດແຮງແຕ່ກະສູ້ລູກເຈົ້າຫລານນາຍບໍ່ໄດ້ພັກລັດຕັ້ງບໍ່ເຫັນໃຈຜູ້ເງິນນ້ອຍນໍ,ເຫັນແຕ່ຜູ້ມີອຳນາດມີເສັ້ນມີສາຍຈົບມາລະໄດ້ບັນຈຸລັດຖະກອນໂລດ,ເຮົາຜູ້ຄົນຈົນຮຽນມາກະໃຊ້ເງິນຫລາຍລ້ານຄຶກັນກັບລູກເຈົ້າຫລານນາຍຫະແລະບໍ່ໄດໃຊ້ໃບໄມ້ຮຽນດອກກ່ວາຊິຈົບແມ່ຂາຍງົວ,ຄວາຍງົວວເບິດເປັນຄອກ,ຕົ້ນໄມ້ໄຮ່ນາຮົ້ວສ່ວນຂາຍເບິດເພື່ອໃຫ້ລູກໄດ້ຮ່ຳຮຽນ.ພີມນຳນ້ຳຕາໄຫລນຳ ບໍ່ຢາກໃຫ້ແຕ່ມັນໄຫລອອກເອງ.

November 12, 2022 0

ສໍາເລັດແລ້ວ 70% ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ກຽມເລີຍໃຜຈະຮຽນ

By FC

ຄະນະຮັບຜິດຊອບໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວໄດ້ລາຍງານໃຫ້ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງໄປເຄື່ອນໄຫວຕິດຕາມພາກສະໜາມກໍ່ສ້າງຢູ່ເຂດສະໝາມກີລາແຫ່ງຊາດ (ຫຼັກ 16) ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: . ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ໄດ້ເລີ່ມຈັດຕັ້ງປະຕິບັດກໍ່ສ້າງມາແຕ່ເດືອນກັນຍາ…

November 12, 2022 0

ໃກ້ຈະສໍາເລັດແລ້ວ ໂຮງຮຽນປະຖົມນາໆຊາດ ດອກງີ້ວຄຳ ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ເດັກນ້ອຍຈະໄດ້ເຕີບໂຕ ແລະ ຮັບການສຶກສາທີ່ດີ

By FC

ໂຄງການກໍ່ສ້າງໂຮງຮຽນປະຖົມນາໆຊາດ ດອກງີ້ວຄຳ ທີ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ປັດຈຸບັນໄດ້ສຳເລັດໂຄງສ້າງພື້ນຖານ ແລະ ອາຄານຫຼັກໃກ້ຈະສຳເລັດແລ້ວ ເພື່ອໃຫ້ເດັກນ້ອຍພາຍໃນເຂດໄດ້ມີການເຕີບໂຕ ແລະ ໄດ້ຮັບການສຶກສາທີ່ດີ. ກຸ່ມບໍລິສັດດອກງີ້ວຄຳ ຈຶ່ງໄດ້ສ້າງໂຮງຮຽນນີ້ຂື້ນມາ ໃຫ້ໄດ້ຕາມມາດຕະຖານລະດັບສາກົນ. . ຈາກ: ຫ້ອງການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ

October 31, 2022 0

10 ເຫດຜົນທີ່ຄວນໄປຮຽນຕໍ່ຕ່າງປະເທດ! ອ່ານເດີ້ນ້ອງໆ

By FC

10 ເຫດຜົນທີ່ຄວນໄປຮຽນຕໍ່ຕ່າງປະເທດ ຈາກ Thip Talk Tour 1 Improve your language skills (ພັດທະນາການນໍາໃຊ້ພາສາຕ່າງປະເທດ) – ເຫດຜົນຫຼັກທີ່ຄວນໄປຮຽນຕ່າງປະເທດກໍຄື ການພັດທະນາທັກສະການເວົ້າ, ຂຽນ, ອອກສຽງ ເເລະ ການຟັງ ພາສາຕ່າງປະເທດ…