ອີກແລ້ວ 8 ປີ 6 ເດືອນ ເຮັດວຽກຊ່ວຍເຫືຼອສັງຄົມ ບໍ່ມີວີແວວວ່າຊິໄດ້ເຂົ້າເປັນພະນັກງານລັດຖະກອນ ຕ້ອງອໍາລາອາຊີບແພດພະຍາບານ

ອີກແລ້ວ 8 ປີ 6 ເດືອນ ເຮັດວຽກຊ່ວຍເຫືຼອສັງຄົມ ບໍ່ມີວີແວວວ່າຊິໄດ້ເຂົ້າເປັນພະນັກງານລັດຖະກອນ ຕ້ອງອໍາລາອາຊີບແພດພະຍາບານ

December 11, 2022 Off By FC

4/6/2014_9/12/2022 ປັດຈຸບັນນີ້ໄດ້ 8 ປີ 6 ເດືອນ ແລ້ວບທີເຮົາໄດ້ເຮັດວຽກຊ່ວຍເຫືຼອສັງຄົມ ພັກ ລັດແຕ່ກະຍັງບໍ່ມີວີແວວວ່າຊິໄດ້ເຂົ້າເປັນພະນັກງານລັດຖະກອນໄດ້ກິນເງີນເດືອນນຳເພີ່ນ


ມື້ນີ້ກະເລີຍເອົາເຄື່ອງອອກມາເບີ່ງເປັນຄັ້ງສຸດທ້າຍສຳລັບເຄື່ອງອາຊີບແພດພະຍາບານຖ້າຄອບຄົວຂອງເຮົາມີເສັ້ນສາຍມີເງີນຄຳມີຜູ້ຄ້ຳຊູຍູ້ຫນູນມີຜູ້ເບີ່ງເຫັນເຮົາໃນສາຍຕາບາງທີກະອາດຊິໄດ້ກິນເງີນເດືອນນຳເພີ່ນແລ້ວ


ແຕ່ກະບໍ່ໄດ້ໂທດຄອບຄົວພໍ່ແມ່ອ້າຍເອື້ອຍເພາະເພີ່ນກະໄດ້ຊ່ວຍເຮົາເຕັມທີແລ້ວຢາງນ້ອຍເຮົາກະໄດ້ມີຄວາມຮູ້ມີປະສົບການຈາກການເຮັດວຽກເບີ່ງແຍງຊ່ວຍເຫຼຶອຄົນອື່ນ


ຜ່ານມາເຖິງວ່າຊິລຳບາກຫຍຸ້ງຍາກບໍ່ມີເວລາເບີ່ງແຍງຄອບຄົວ ແລະລູ ກອົດລັບອົດນອນບາງທີບໍ່ມີຮອດເວລາຊິກິນເຂົ້າກິນນ້ຳແຕ່ກະພູມໃຈໃນຫນ້າທີທີ່ຮຽນມາຢ່າງນ້ອຍເຮົາກະມີຄວາມຮູ້ຕິດໂຕເພື່ອເບີ່ງແຍງພໍ່ແມ່ອ້າຍເອື້ອຍໃນເວລາເຈັບໄຂ້ເຖິງວ່າຄວາມຮູ້ຊິບໍ່ສູງ

.


ແຕ່ກະພໍແກ້ໄຂໃນຍາມສຸກເສີນ(ເສຍດາຍວັນເວລາທີຜ່ານມາ)