ວ້າວ! ມາອີກແລ້ວ ກຽມໃຊ້ເດີ້ ເງິນໃບໃໝ່ ໃບ 50.000 ກີບ ແລະ ໃບ 100.000 ກີບ

ວ້າວ! ມາອີກແລ້ວ ກຽມໃຊ້ເດີ້ ເງິນໃບໃໝ່ ໃບ 50.000 ກີບ ແລະ ໃບ 100.000 ກີບ

December 9, 2022 Off By FC

ໃນວັນທີ 9 ທັນວາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ຈັດຖະແຫຼງຂ່າວກ່ຽວກັບການນໍາເອົາທະນະບັດ ປະເພດໃບ 50,000 ກີບ ແລະ 100,000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ.

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງໃຫ້ຊາບວ່າ : ໃນ ເດືອນຕຸລາ ປີ 2022 ທີ່ຜ່ານມາ, ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດປະເພດໃບ 10,000 ກີບ ແລະ ໃບ 20,000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກໃຫ້ສັງຄົມໄດ້ນຳໃຊ້, ເພື່ອປ່ຽນແທນທະນະບັດເສື່ອມຄຸນນະພາບ, ເກົ່າຈີກຂາດ ທີ່ຜ່ານການນຳໃຊ້ມາຫຼາຍປີ ແລະ ທະນະບັດລຸ້ນໃໝ່ດັ່ງກ່າວ ໄດ້ມີການຕອບຮັບຈາກສັງຄົມ ຜູ້ຊົມໃຊ້ໄດ້ເປັນຢ່າງດີ ໃນຂອບເຂດທົ່ວປະເທດ.

ໂດຍອີງໃສ່ສະພາບການນຳໃຊ້ທະນະບັດປະເພດໃບ 50,000 ກີບ (ລຸ້ນປີ 2004) ທີ່ໄດ້ອອກໃຫ້ສັງຄົມນໍາໃຊ້ແຕ່ ປີ 2006 ເປັນຕົ້ນມາ ຮອດປັດຈຸບັນໄດ້ຖືກໝູນວຽນໃນຂອດຈໍລະຈອນ ມາເປັນເວລາ 16 ປີ ແລະ ໃນປີ 2011 ໄດ້ນຳເອົາທະນະບັດປະເພດໃບ 100,000 ກີບ (ລຸ້ນປີ 2011) ອອກນຳໃຊ້ຈົນຮອດປະຈຸບັນ ເປັນເວລາ 11 ປີ.

ຍ້ອນຜ່ານການຈັບຈ່າຍໃຊ້ສອຍມາເປັນເວລາຍາວນານເຮັດໃຫ້ທະນະບັດດັ່ງກ່າວເສື່ອມຄຸນນະພາບ, ເກົ່າຈີກຂາດ, ມີຮອຍຂີດຂຽນ, ຮູບພາບບໍ່ສາມາດຈຳແນກໄດ້.

ສະນັ້ນ, ເພື່ອເຮັດໃຫ້ສັງຄົມໄດ້ນໍາໃຊ້ທະນະບັດໃໝ່ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ, ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາເອົາທະນະບັດປະເພດ ໃບ 50,000 ກີບ ແລະ ໃບ100,000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ທີ່ໄດ້ຖືກຮັບຮອງຈາກລັດຖະບານ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນ ປີ 2020 ອອກໃຫ້ສັງຄົມໄດ້ນຳໃຊ້ ນັບແຕ່ ເດືອນທັນວາ 2022 ເປັນຕົ້ນໄປ

ຈຸດປະສົງເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນກໍ່ຄືສາກົນ ແລະ ຍົກລະດັບເຕັກນິກ ຕ້ານການປອມແປງທີ່ທັນສະໄໝ, ມີຄຸນລັກສະນະສີສັນລວດລາຍງົດງາມໂດດເດັ່ນ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ.

ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ. ໃນນີ້, ທະນາຄານແຫ່ງ ສປປ ລາວ ຂໍເນັ້ນໃຫ້ບັນດາທ່ານໄດ້ຮັບຮູ້ ແລະ ເຂົ້າໃຈວ່າ: ທະນະບັດປະເພດໃບ 50,000 ກີບ ລຸ້ນປີ 2004 ແລະ ທະນະບັດປະເພດໃບ 100,000 ກີບ ລຸ້ນປີ 2011 ຍັງສາມາດນຳໃຊ້ເຂົ້າໃນການຊຳລະສະສາງຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ.

.

.


ຂໍຂອບໃຈຂ່າວຈາກ : Lao National Radio