
ໝາກກະບົກ ໝາກໄມ້ພື້ນບ້ານ ສັບພະຄຸນທາງຢາທີ່ດີຕໍ່ສຸຂະພາບຫຼາຍຢ່າງ ຊ່ວຍບຳລູງຫົວໃຈ ແລະ ສະໝອງ ປັດຈຸບັນອາດຫາຍາກ
December 9, 2022ເຊື່ອວ່າຫຼາຍໆຄົນ ຄົງຈະຮູ້ ແລະ ຄຸ້ນເຄີຍກັນເປັນຢ່າງດີ ສຳລັບໝາກໄມ້ພື້ນບ້ານຂອງລາວເຮົາ ເຊິ່ງມີເກືອບທຸກພື້ນທີ່ໃນຂອບເຂດທົ່ວປະເທດນັ້ນກໍ່ຄື ໝາກບົກ ຫຼື ມີຊືື່ສາມັນວ່າ Barking deer’s mango ເປັນໝາກໄມ້ພື້ນບ້ານຊະນິດໜຶ່ງ ທີ່ຄົນສ່ວນໃຫຍ່ ນິຍົມນຳມາກິນຫຼິ້ນ ເນື່ອງຈາກມັນມີລົດຊາດຫອມ, ມັນ ແຖມມີຄຸນປະໂຫຍດຕໍ່ຮ່າງກາຍ ແລະ ສັບພະຄຸນທາງຢາທີ່ດີຕໍ່ສຸຂະພາບອີກດ້ວຍ.
ໝາກບົກ ມີສັບພະຄຸນຫຼາຍຢ່າງໂດຍສະເພາະແກ່ນຂອງມັນຊ່ວຍບຳລູງສະໝອງ, ຊ່ວຍບໍາລູງຫົວໃຈ, ຊ່ວຍປິ່ນປົວລິດສະດວງດັງ, ຊ່ວຍບັນເທົາອາການຫອບຫືດ, ຊ່ວຍໃຫ້ຄວາມອົບອຸ່ນແກ່ຮ່າງກາຍ ແລະ ຊ່ວຍໃຫ້ຈະເລີນອາຫານ.
ໝາກບົກ ສາມາດໃຊ້ເປັນຢາລະບາຍ ດ້ວຍການໃຊ້ໝາກບົກອ່ອນປະມານ 1 ກຳມື ນໍາມາຕົ້ມປະສົມກັບເກືອ ແລະ ໝາກເຜັດເລັກນ້ອຍ ແລ້ວຮັບປະທານອາທິດລະຄັ້ງ ( ຫາກໃຊ້ຫຼາຍຈະມີລິດເປັນຢາຖ່າຍ). ພ້ອມດຽວກັນນັ້ນ, ຍັງຊ່ວຍບຳລູງໝາກໄຂ່ຫຼັງ. ສ່ວນໃບຊ່ວຍແກ້ອາການຄັນຕາມຜິວໜັງ ສ່ວນແກ່ນມີລົດຮ້ອນ ຊ່ວຍບຳລູງເສັ້ນເອັນ ແກ້ເສັ້ນເອັນພິການ, ບຳລູງໄຂຂໍ້ກະດູກ ແລະ ແກ້ຂໍ້ຂັດໄດ້.
ນອກຈາກນັ້ນ, ຊີ້ນເນື້ອຂອງໝາກບົກ ຊ່ວຍຂ້າພະຍາດໃນທ້ອງ ເຊິ່ງສາມາດໃຊ້ໄດ້ທັງຄົນ ແລະ ສັດ. ຫາກນຳໃຊ້ນຳຄົນ ໃຫ້ໃຊ້ໝາກບົກບໍ່ແກ່ ຫຼື ອ່ອນເກີນໄປ ປະມານ 3 ໜ່ວຍ ຕໍາປະສົມກັບນໍ້າໝ່າເຂົ້າ 1 ຖ້ວຍກາງ ແລ້ວຕອງເອົາແຕ່ນໍ້າ ດື່ມກ່ອນນອນມື້ລະຄັ້ງ ຕິດຕໍ່ກັນ 3 ວັນ.
ສຳລັບໃຊ້ຂ້າພະຍາດໃນທ້ອງຂອງສັດລ້ຽງເຊັ່ນ: ໝາຂີ້ເຮື້ອນ ກໍ່ໃຫ້ໃຊ້ສູດດຽວກັບການຂ້າພະຍາດໃນທ້ອງຂອງຄົນ ແຕ່ໃຫ້ເພີ່ມປະລິມານຂອງໝາກບົກເປັນເທົ່າຕົວ ໃຫ້ກິນ 3 ວັນຫາຍຂາດ.