ອ່ານເບິ່ງເລີຍ ວິທີເສີມໂຊກລາບຂອງຄົນເກີດທັງ 7 ວັນ ປີ 2023

ອ່ານເບິ່ງເລີຍ ວິທີເສີມໂຊກລາບຂອງຄົນເກີດທັງ 7 ວັນ ປີ 2023

January 14, 2023 Off By FC

ສະບາຍດີຜູ້ອ່ານ ມື້ນີ້ຈະນໍາເອົາເລື່ອງຂອງໂຊກລາບມາຝາກທຸກຄົນ ໂດຍສະເພາະການເສີມດວງ ຂອງຄົນເກີດທັງ 7 ວັນ ອີງຕາມຂໍ້ມູນຈາກ Horoworld ໄດ້ບອກຂໍ້ມູນຄວາມເຊື່ອດີໆດັ່ງນີ້
ວັນອາທິດ ເສີມດວງຕາມວັນເກີດ ໃຫ້ທ່ານນຳສິ່ງຂອງທີ່ກ່ຽວຂ້ອງກັບຄວາມອົບອຸ່ນ ຫລືໃຫ້ຄວາມຮ້ອນເຊັ່ນ ທຽນ, ຜ້າຮົ່ມ, ບໍລິຈາກຄ່າໄຟ ຫລື ຖ້າມີຄຸດໃຫ້ນຳມາເກັບຕິດໂຕ ຫລື ຫາເວລາໄປສັກກະລະບູຊາຄຸດ ຫລື ສວດມົນບູຊາຄຸດ ຫລື ເຮັດບຸນປ່ອຍນົກກະໄດ້ ຈະເປັນການເປີດຮັບໂຊກລາບ ແລະ ມີສິ່ງດີໆເຂົ້າມາ

ວັນຈັນເສີມດວງຕາມວັນເກີດ ແນະນຳໃຫ້ທ່ານເຮັດບຸນໂດຍການຖວາຍຜ້າໄຕ ບໍລິຈາກເສື້ອຜ້າ ຫລື ນຳຫມາກກ້ວຍໄປເຮັດອາຫານຖວາຍພະສົງ ຫລື ເຮັດເຂົ້າຫນົມໄປແຈກ ເພື່ອເປີດທາງໃຫ້ໂຊກລາບ ແລະ ຄວາມໂຊກດີເຂົ້າມາຫາທ່ານ
ວັນອັງຄານ ເສີມດວງຕາມວັນເກີດ ໃຫ້ທ່ານເຮັດບຸນທີ່ກ່ຽວຂ້ອງກັບການບໍລິຈາກຍານພາຫະນະ, ຄ່າເດີນທາງ ຫລື ບໍລິຈາກຈຳພວກອາໄລ່ສ້ອມແປງລົດໃຫຍ່ ລົດຈັກ ຫລື ຢາງລົດ ເປັນອາສາສະຫມັກຂົນສົ່ງຜູ້ທີ່ເຈັບປ່ວຍ ຫລື ຕົກທຸກໄດ້ຍາກ ຊີວິດຈະຈະເລີນ ແລະ ມີແຕ່ໂຊກລາບ

ວັນພຸດ ເສີມດວງຕາມວັນເກີດ ໃຫ້ທ່ານເຮັດບຸນໂດຍການບໍລິຈາກກະລິ່ງ, ຄ້ອງ, ກອງ ຫລື ບໍລິຈາກເຄື່ອງສຽງ, ຄ້ອນ, ອຸປະກອນເຮັດໃຫ້ເກີດສຽງ ຫລື ສວດມົນໂດຍໃຊ້ເຄື່ອງນັບຈັງຫວະທີ່ມີສຽງ ຫລື ສັ່ນກະລິ່ງເວລາສວດມົນສັນລະເສີນເທບ ຫລື ສວດມົນແບບເຄາະເປັນຈັງຫວະບັກຮື້ແບບຈີນ ຫລື ລະຄັງທິເບດ

ວັນພະຫັດ ເສີມດວງຕາມວັນເກີດ ໃຫ້ທ່ານຫາເວລາສວດມົນນັ່ງສະມາທິ ຫລື ໄປເຮັດບຸນຖວາຍເພນພະທີ່ວັດ ຫລື ເປັນເຈົ້າພາບລ້ຽງອາຫານທ່ຽງວັນພະວັນສິນ ຊີວິດຈະຈະເລີນໄວ.
ວັນສຸກ ເສີມດວງຕາມວັນເກີດ ໃຫ້ບໍລິຈາກເຂົ້າຂອງເຄື່ອງໃຊ້ ເສື້ອຜ້າທີ່ບໍ່ໄດ້ໃຊ້ ຫລື ເຮັດບຸນກັບພະໂດຍຜ້າໄຕ ຫລື ທຳບຸນໂດຍການບໍລິຈາກຄ່າໄຟ ບໍລິຈາກກັບໄຟ ທຽນ ຫລອດໄຟ ອຸປະກອນໃຫ້ຄວາມອົບອຸ່ນ ແລະ ອຸປະກອນໃຫ້ຄວາມຮ້ອນທຸກປະເພດອັນໃດກະໄດ້.

ແລະ ວັນເສົາ ເສີມດວງຕາມວັນເກີດ ໃຫ້ທ່ານທຳບຸນໂດຍການຖວາຍນໍ້າເຜີ້ງ ຫລື ບໍລິຈາກເງິນເພື່ອໃຫ້ແກ່ການກຸສົນໃດໆກະໄດ້ ຊີວິດຈະພົບແຕ່ຄວາມໂຊກດີ ແລະ ມີໂຊກລາບ
ແນວໃດກໍຕາມນີ້ເປັນຄວາມເຊື່ອສ່ວນບຸກຄົນ ຫາກທ່ານດຸໝັ່ນ, ຂະຫຍັນພຽນສ້າງ, ຈິງໃຈ, ຄິດດີ ແລະ ເຮັດດີ ທ່ານກໍຈະພົບກັບຄວາມສຸກຄວາມໂຊກດີຕະຫຼອດໄປ

ຈາກ: Horoworld