
ແຈກສູດນ້ຳແຈ່ວລູກຊີ້ນ, ຫອນດ໊ອກ ແຊບໆໄວ້ເຮັດກິນໄດ້ ເຮັດຂາຍກໍດີ
December 8, 2022ແຈກສູດນ້ຳແຈ່ວລູກຊີ້ນ ສະໄຕຄົວເຮຍປຸ້ງ
ສ່ວນປະກອບ ໝາກເຜັດແຫ້ງ, ກະທຽມ, ແປ້ງສິງກະໂປ, ນ້ຳໝາກຂາມປຽກ, ນ້ຳຕານ, ແປ້ງນົວ, ເກືອ
ວີທີເຮັດ :
.
1 ເອົາໝາກເຜັດແຫ້ງໄປຂົ້ວ ໃສ່ເກືອໜ້ອຍຫນື່ງຈົນເລີ່ມກອບແລ້ວພັກໄວ້.
.
2 ຈາກນັ້ນເທນ້ຳລົງໄປ,ແລ້ວໃສ່ນຳ້ຕານ(ຕາມໃຈມັກ) ເອົາແປ້ງນົວ,ເກືອ,ກະທຽມ ຕຳໆໃຫ້ແລກ ແລ້ວໃສ່ນ້ຳໝາກຂາມປຽກລົງໄປ ແລ້ວໃສ່ເຄື່ອງທີ່ຕຳລົງໄປເລີຍ
.
.
3 ເອົາໝາກເຜັດແຫ້ງທີ່ຂົ້ວໄວ້ແລ້ວນັ້ນ,ໃສ່ຄົກແລ້ວຕຳໆຈົນລະອຽດແລ້ວໃສ່ລົງໄປໃນໝໍ້ຄົນໆ ຈາກນັ້ນໃສ່ແປ້ງສິງກະໂປລົງໄປຄົນໆຈົນແຄ້ນແລ້ວພັກໄວ້ ແລ້ວຈະໄດ້ນຳ້ແຈ່ວສະໄຕຄົງເຮຍປຸ້ງແບບແຊບໆ.
ຈາກ: ເຮຍປຸ້ງຣີວິວ