ສາຍມູຕ້ອງລອງ ຄືນນີ້ ອາບແສງຈັນ ເພື່ອເພີ່ມມສະເໜ່, ຮັບໂຊກລາບ ຄ້າຂາຍລໍ້າລວຍ ເຮັດຫຍັງກໍຈະເລີນຮຸ່ງເຮືອງ

ສາຍມູຕ້ອງລອງ ຄືນນີ້ ອາບແສງຈັນ ເພື່ອເພີ່ມມສະເໜ່, ຮັບໂຊກລາບ ຄ້າຂາຍລໍ້າລວຍ ເຮັດຫຍັງກໍຈະເລີນຮຸ່ງເຮືອງ

December 8, 2022 Off By FC

ສາຍມູ ກຽມໂຕ ມື້ນີ້ວັນອາບແສງພະຈັນ ຄືນວັນທີ 8 ທັນວາ 2022 ຖືເປັນມື້ທີ່ແສງຈັນສຸດທ້າຍຂອງປີ 2022 ໂດຍການອາບແສງຈັນ ຈະຊ່ວຍເສີມສະເໜ່ ເມດຕາມະຫານິຍົມ ແລະ ຄົນຮອບໂຕຮັກແພງ ເສີມໂຊກລາບບາລະມີ


ຂອງທີ່ຕ້ອງກຽມບໍ່ມີຫຍັງຍາກ ມີພຽງນໍ້າສະອາດ ເຮັດໄດ້ຕັ້ງດວງຈັນຂຶ້ນເໜືອຂອບຟ້າ ຈົນຮອດຕອນເຊົ້າ ຂອງຄືນນັ້ນ
ວິທີອາບຕາມນີ້ ຢືນກາງແຈ້ງນອກຊາຍຄາເຮືອນ ຫຼື ບໍລິເວນທີ່ເຫັນພະຈັນ-ແສງຈັນສ່ອງເຖິງ ຖືພາສະນະໃສ່ນໍ້າສະອາດ ພ້ອມທ່ອງບົດສວດນີ້


(ตั้งนะโม 3 จบ) ปุญณะจันโท วิชานันเต วิสุทธิ สาวะโก วะโร พุทโธ สัทธัมมะรังสี มุนิโน มัตถะเกสุภัง (ท่อง 15 จบ)

ແລ້ວນໍານໍ້າມາໃສ່ໂຕ ຫຼື ອາບ ພ້ອມກັບຂໍພອນທີ່ຕ້ອງການ ເປັນອັນເສັດພິທີ ສ່ວນນໍ້າທີ່ເຫຼືອສາມາດເກັບໄວ້ເພື່ອຄວາມເປັນສິລິມຸງຄຸນຕໍ່ໄດ້


ເປັນຄວາມເຊື່ອສ່ວນບຸກຄົນ ລອງແລ້ວກໍບໍ່ເສຍຫາຍ ຫຼື ຖ້າບໍ່ລອງກໍເລື່ອນຜ່ານໄປ ຂໍໃຫ້ທຸກຄົນໂຊກດີ ໝານໆເຮັງໆເດີ້
Cr.อีเว้นพาส