ຄິດແນວໃດກັບເລື່ອງນີ້ ປາແດກ ກາຍເປັນສິນຄ້ານໍາເຂົ້າ ! “ຄົນລາວກິນເຂົ້າໜຽວ ຈໍ້າປາແດກ”

ຄິດແນວໃດກັບເລື່ອງນີ້ ປາແດກ ກາຍເປັນສິນຄ້ານໍາເຂົ້າ ! “ຄົນລາວກິນເຂົ້າໜຽວ ຈໍ້າປາແດກ”

December 8, 2022 Off By FC

ປະເທດລາວມີຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນທາງທຳມະຊາດ ໃນນໍ້າມີປາ ໃນນາມີເຂົ້າ ແລະ ມີເອກະລັກຢ່າງໜຶ່ງວ່າ “ຄົນລາວກິນເຂົ້າໜຽວ ຈໍ້າປາແດກ”


ປາແດກ ເປັນວັດທະນະທຳ ການກິນຮ່ວມ ໃນໂຊນອາຊີອອກສຽງໃຕ້ ໂດຍສະເພາະລາວ, ໄທ, ກຳປູເຈຍ. ສຳລັບປະເທດລາວຕັ້ງແຕ່ເໜືອຮອດໃຕ້ລ້ວນແຕ່ມີວັດທະນະທຳການກິນປາແດກ, ເກືອບທຸກເມນູອາຫານຕ້ອງໃສ່ປາແດກເຊັ່ນ: ແຈ່ວ ປາແດກ, ໝົກປາແດກ, ລາບປາແດກ, ແກງໜໍ່, ເອາະຫຼາມ, ຕຳໝາກຫຸ່ງ, ຕຳທຸກໆຕຳຕ້ອງໃສ່ປາແດກ, ປີ້ງໄກ່ທາປາແດກ, ແກງປາ ແລະ ອື່ນໆອີກຫຼວງຫຼາຍ ເຊິ່ງປາແດກທີ່ໃສ່ອາຫານການກິນນັ້ນລ້ວນແຕ່ເປັນປາແດກທີ່ເຮັດເອງສຳລັບກຸ້ມຄອບຄົວໃຜລາວ ໂດຍການນຳປາມາຈາກຫ້ວຍນໍ້າໜອງຄອງບຶງທີ່ຫາໄດ້ຕາມລະດູການ.


ມາເຖິງປັດຈຸບັນ ປາແດກຖືກຜະລິດເປັນສິນຄ້າ, ກາຍເປັນອຸດສາຫະກຳທາງອາຫານທີ່ມີວາງຈຳໜ່າຍ ໃນແບບສຳເລັດຮູບ ຜູ້ບໍລິໂພກມີຄວາມສະດວກສະບາຍ, ຜູ້ຜະລິດຂາຍມີກຳໄລ ນອກຈາກລາວເຮົາຜະລິດຮ່າຍຕຸກຂາຍແລ້ວ ພວກເຮົາຈະເຫັນບຸກຄົນດັງຂອງປະເທດເພື່ອນບ້ານ ອອກມາຜະລິດເປັນແບຣນ ປາແດກຈຳນວນຫຼາຍ ແລະ ຖືກສົ່ງໄປຂາຍຢູ່ປະເທດອ້ອມຂ້າງ ລວມເຖິງລາວເຮົາ. ມີບາງກໍລະນີ ກໍ່ຜະລິດຢູ່ ປະເທດອື່ນ ແຕ່ປ່ຽນສະຫຼາກເປັນພາສາລາວ ເພື່ອຂາຍໃຫ້ຄົນລາວ.


ເປັນໜ້າສົ້າໃຈຫຼາຍ ທີ່ປາແດກ ກາຍເປັນສິນຄ້ານຳເຂົ້າສຳລັບຄົນລາວ ເວລາຍ່າງເຂົ້າໄປຕະຫຼາດມັກຈະເຫັນປາແດກທີ່ຮ່າຍຕຸກຂາຍລຽນເຕັມ ແຕ່ເມື່ອຈັບມາກວດເບິ່ງ ສ່ວນໃຫຍ່ ລ້ວນແຕ່ແມ່ນປາແດກນຳເຂົ້າ ຫຼື ຜະລິດຢູ່ຕ່າງປະເທດ ແຕ່ໃສ່ຊື່ ເປັນພາສາລາວ.
ບັນຫານີ້ບໍ່ແມ່ນບັນຫາຂີ້ໄກ່ ແຕ່ມັນເປັນບັນຫາໃຫຍ່ລະດັບຊາດ ທີ່ພາກລັດຕ້ອງເຂັ້ມງວດສິນຄ້ານຳເຂົ້າ ເປັນສິນຄ້າຫ້າມນຳເຂົ້າແບບເດັດຂາດ ແລະ ຄົນລາວເຮົາເອງຕ້ອງສຳນຶກຊົມໃຊ້ຂອງຄົນລາວ ສົ່ງເສີມສິນຄ້າລາວເພື່ອສ້າງເສດຖະກິດ ໃຫ້ສົມກັບລາວເຮັດລາວໄດ້ ລາວໃຊ້ລາວຈະເລີນ.


ທີ່ມາຈາກ: laonews