7 ອາການຂອງຄົນເປັນໂລກຊຶມເສົ້າ ເຈົ້າເປັນ 1 ໃນນັ້ນຫຼືບໍ່ ? ຕາມນີ້

7 ອາການຂອງຄົນເປັນໂລກຊຶມເສົ້າ ເຈົ້າເປັນ 1 ໃນນັ້ນຫຼືບໍ່ ? ຕາມນີ້

December 7, 2022 Off By FC

7 ອາການຂອງຄົນເປັນໂລກຊຶມເສົ້າ ເຈົ້າເປັນ 1 ໃນນັ້ນຫຼືບໍ່ ? ຕາມນີ້
1 ຮູ້ສຶກເສົ້າໃຈ, ໝົ່ນໝອງ, ບໍ່ສະບາຍໃຈ, ກັງວົນໃຈ.
2 ນໍ້າໜັກຫຼຸດລົງ ຫຼື ເພີ່ມຂຶ້ນ, ຄວາມຢາກອາຫານປ່ຽນແປງໄປ.

3 ນອນບໍ່ຫຼັບ ຫຼື ນອນຫຼາຍກວ່າປົກກະຕິ.
4 ຮູ້ສຶກຜິດຫວັງ, ສິ້ນຫວັງ ຫຼື ຮູ້ສຶກວ່າຕົນເອງໄຮ້ຄ່າ.
5 ບໍ່ມີສະມາທິ, ບໍ່ສາມາດຕັດສິນໃຈເອງໄດ້, ຄວາມຈື່ຈຳຫຼຸດລົງ

6 ອ່ອນເພຍ, ເມື່ອຍລ້າ, ເມື່ອຍງ່າຍ, ບໍ່ມີແຮງ
7 ມີຄວາມຄິດ, ຄວາມຕາຍ, ຄິດຢາກຂ້າຕົວຕາຍ, ຢາກທຳຮ້າຍຕົວເອງ
ກວດເບິ່ງອາການຂອງໂຕເອງເດີ້

“ໂລກຊຶມເສົ້າ” ເປັນໂລກໜຶ່ງຊຶ່ງສາມາດເກີດຂຶ້ນໄດ້ໃນຊ່ວງຊີວິດຂອງຄົນເຮົາຄືກັບໂລກທາງກາຍອື່ນໆເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ,… ການເປັນ“ໂລກຊຶມເສົ້າ”ບໍ່ໄດ້ໝາຍຄວາມວ່າ ຜູ້ທີ່ເປັນນັ້ນຈະເປັນຄົນທີ່ອ່ອນແອ, ລົ້ມເຫຼວ ຫຼື ບໍ່ມີຄວາມສາມາດ. ແຕ່ເປັນພຽງການເຈັບປ່ວຍຢ່າງໜຶ່ງ ທີ່ເກີດຂຶ້ນໄດ້ໂດຍມີສາເຫດເຊັ່ນ: ການສູນເສຍ, ການຢ່າຮ້າງ, ຄວາມຜິດຫວັງ ແລະ ເກີດຂຶ້ນເອງໂດຍບໍ່ມີສາເຫດໃດໆ.
ຖ້າຫາກສົງໄສວ່າຕົນເອງ ຫຼື ຄົນທີ່ຢູ່ອ້ອມຂ້າງເຮົາເປັນໂລກຊຶມເສົ້າ ຫຼື ບໍ່

ໃຫ້ສັງເກດເບິ່ງວ່າ ຖ້າຫາກມີອາການເຫຼົ່ານີ້ຢ່າງໜ້ອຍ 5 ຂໍ້ຂ້າງລຸ່ມນີ້ຕິດຕໍ່ກັນເປັນເວລາຫຼາຍກວ່າ 2 ອາທິດ ສະແດງວ່າກຳລັງຈະເປັນ “ໂລກຊຶມເສົ້າ”