
ວ້າວ ແຊໄວ້ໄປ ວັງພຣະຍານາກນໍ້າພຸທີ່ສວນສາທາລະນະຖໍ້າເຈົ້າອະນຸວົງ ງາມຫຼາຍເດີ້ ແຂວງໄຊສົມບູນ
December 7, 2022ພາບຄວາມສວຍງາມຂອງວັງພຣະຍານາກນໍ້າພຸທີ່ອະນຸສາວະລີ ເຈົ້າອານຸວົງ ເມືອງອະນຸວົງ ແຂວງໄຊສົມບູນ
ງາມ ນໍ້າພຸ
ງາມພະຍານາກ
ອອກແບບໄດ້ສດຍອດ
ຕ້ອງໄປສໍາຜັດແລ້ວ
.
ພາບ: ເຂົ້າກົ້ນບາດ Graphic
ໃນຕອນເຊົ້າຂອງວັນທີ 4 ທັນວາ 2022 ນີ້ ແຂວງໄຊສົມບູນ ໄດ້ຈັດພິທີບວງສວງຮູບປັ້ນເຈົ້າອະນຸວົງ ແລະ ເປີດສວນສາທາລະນະຖໍ້າເຈົ້າອະນຸວົງ ເປັນສະຖານທີ່ທ່ອງທ່ຽວ ຢ່າງເປັນທາງການ ຂຶ້ນຢູ່ຕໍ່ໜ້າອະນຸສາວະລີ ຮູບປັ້ນເຈົ້າອະນຸວົງ ສວນສາທາລະນະຖໍ້າເຈົ້າອະນຸວົງ ໂດຍມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ,
.
ທ່ານ ປ້າ ນາລີ ສີສຸລິລິດ ພັນລະຍາຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພຣະອາຈານໃຫຍ່ ມາຫາບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ພ້ອມດ້ວຍພຣະເຖລາ-ນຸເຖລະ, ການນໍາພັກ-ລັດ, ຄອບຄົວການນໍາຂັ້ນສູງ, ຕະຫຼອດຮອດພຸດທະບໍລິສັດ, ອອກຕົນຍາດໂຍມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
.
ກ່ອນເຂົ້າສູ່ພິທີທາງສາສະໜາ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ກ່າວໃຫ້ຮູ້ວ່າ ຈຸດປະສົງຂອງການກໍ່ສ້າງສວນສາທາລະນະຖໍ້າເຈົ້າອະນຸວົງ (ຮູບປັ້ນເຈົ້າອະນຸວົງ) ແຫ່ງນີ້ ກໍຍ້ອນວ່າສະຖານທີ່ດັ່ງກ່າວ ແມ່ນມີຄວາມສວຍງາມທາງດ້ານທິວທັດທໍາມະຊາດ ແລະ ມີຄວາມໝາຍທາງປະຫວັດຢູ່ແລ້ວ
.
ສະນັ້ນ ການນໍາແຂວງໄຊສົມບູນ ຈຶ່ງໄດ້ຕັດສິນໃຈກໍ່ສ້າງສະຖານແຫ່ງນີ້ ໃຫ້ເປັນສະຖານທີ່ທ່ອງທ່ຽວ ທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ມີຄວາມປະທັບໃຈ ແລະ ຢາກເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ນັບມື້ນັບຫຼາຍຂຶ້ນ.