
ໃຜໄດ້ໄປຫາ ເຈມ ຈິຣາຍຸ ມາອວດຮູບແນ່ ມາມາ ໂຕແທ້ຫຼໍ່ແຮງ ຕາແພງຄັກ!!!
October 29, 2022ນັກສະແດງຊື່ດັງ ອັນດັບຕົ້ນ ຂອງປະເທດ ໄທ ເຈມ ຈິຣາຍຸ ເດີນທາງມາ ສປປ ລາວ ໃນວັນທີ 29/10/2022 ເວລາ 14:00 – 17:30
ເພື່ອຈະເຂົ້າຮ່ວມ ການເປີດໂຕ ເກີບຍີ່ຫໍ້ Baoji ທີ່ມາເປີດສາຂາ ເປັນເທື່ອທໍາອິດ ຢູ່ດ້ານໃນ ຮ້ານຊັບພະສິນຄ້າ ວຽງຈັນ ເຊັນເຕີ້ ນະຄອນຫຼວງວຽງຈັນ ໃນວັນທີ 29 ຕຸລາ 2022.
ໃນງານ ຈະມີກິດຈະກໍາ ໃຫ້ຖ່າຍຮູບ ຮ່ວມກັບແຟນຄລັບ ແລະ ມີກິດຈະກໍາຫຼາຍຢ່າງ ໃຫ້ ແຟນຄລັບ ຄົນລາວ ແລະ ໄທ, ທັງຈະເປັນການສົ່ງເສີມ ການທ່ອງທ່ຽວ ໃຫ້ທັງສອງປະເທດ.
.
ລາຍລະອຽດເພີ່ມຕື່ມທີ page BAOJI LAOS, ໄປພົບໂຕໄດ້ແຟນຄັບຊາວລາວ ແລະ ນີ້ເປັນບັນຍາກາດບາງສ່ວນທີ່ແຟນຄັບສົ່ງມາໃຫ້
.
ໃຜໄດ້ໄປມາອວດພາບກັນແນ່