
ແຈກສູດ ສາຄູໃສ້ໝູ ຫອມນຸ້ມໃສ້ໝູແຊບເຕັມໆຄຳ ແຊຣ໌ເກັບໄວ້ເຮັດກິນກັນເລີຍ
December 7, 2022ແຈກສູດ ສາຄູໃສ້ໝູ ຫອມນຸ້ມໃສ້ໝູແຊບເຕັມໆຄຳ ສູດງ່າຍ ໃຜກໍເຮັດກິນເອງໄດ້ ແຕ່ຮັບປະກັນຄວາມແຊບ ແຊຣ໌ເກັບໄວ້ເຮັດກິນກັນເລີຍ
ສ່ວນປະສົມ
ໝູສັບ ຊອສແມັກກີ້ຝາເຫລືອງ, ແມັກກີ້ຜົງປຸງຄົບເຄື່ອງ, ຫົວຜັກບົ່ວ, ຖົ່ວດິນ, ເຫັດຫູໜູ, ຫົວໃຊ້ໂປ້ຫວານ, ຮາກຫອມປ້ອມ, ຜັກທຽມ, ພິກໄທ
ສາຄູ, ຫອມປ້ອມ, ສະລັດ, ນໍ້າມັນພຶດ, ນ້ຳຕານ, ກະທຽມຈຽວ, ໝາກເຜັດແຫ້ງ, ໃບເຕີຍ, ໃບຕອງ, ສະລັດ
ວິທີເຮັດ
.
ແຊ່ສາຄູ 15 ນາທີ ແລ້ວພຶ່ງໃຫ້ແຫ້ງ, ຕັ້ງນໍ້າມັນ ເອົາກະທຽມສັບລົງໄປຈຽວຈົນເຫຼືອງຫອມ ແລ້ວແຍກນໍ້າມັນ ກັບ ກະທຽມໄວ້
ຕຳ ຮາກຫອມປ້ອມ, ກະທຽມ, ພິກໄທ ແລ້ວນຳໄປຜັດໃສ່ນໍ້າມັນກະທຽມຈຽວໃຫ້ຫອມ ໃສ່ໝູສັບລົງໄປຜັດໃຫ້ສຸກ ຕາມດ້ວຍ ຫົວຜັກບົ່ວສັບ, ຫົວໃຊ້ໂປ້ຫວານ, ເຫັດຫູໜູ, ຊອສແມັກກີ້ຝາເຫລືອງ, ແມັກກີ້ຜົງປຸງຄົບເຄື່ອງ, ນໍ້າຕານ ຜັດຈົນແຫ້ງ ແລ້ວໃສ່ຖົ່ວດິນບົດລົງ ຄົນໃຫ້ເຂົ້າກັນ ຕັກອອກ ພັກໃຫ້ເຢັນ ແລ້ວປັ້ນເປັນກ້ອນນ້ອຍໆ ໄວ້ເຮັດເປັນໄສ້
ນໍາໄສ້ທີ່ປັ້ນໄວ້ ມາສິ່ງສາຄູ ປັ້ນເປັນກ້ອນຕາມໃຈມັກ, ຕັ້ງໝໍ້ຊຶງໃສ່ນໍ້າ ໃສ່ໃບເຕີຍໃຫ້ຫອມ ຕົ້ມໃຫ້ຟົດ ເອົາໃບຕອງຮອງຊຶງໜຶ້ງ ແລະ ທານໍ້າມັນກະທຽມຈຽວໃຫ້ທົ່ວ ເອົາສາຄູທີ່ປັ້ນໄວ້ລົງໄປໜຶ້ງປະມານ 10 ນາທີ
ປິດໄຟ ແລ້ວເອົານໍ້າມັນກະທຽມຈຽວທາ ແລ້ວຕັກເສີບ ພ້ອມສະລັດ, ຫອມປ້ອມ, ໝາກເຜັດແຫ້ງ ແລະ ໂຮຍກະທຽມຈຽວໃຫ້ທົ່ວ ພ້ອມເສີບ.
ຈາກ: jipnoiicooking