ໃຜເຄີຍເຫັນ ແລະ ເຄີຍກິນແນ່ ໝາກຂຽບຝຣັ່ງ ແຊບດີ ແຖມມີປະໂຫຍດ ແກ້ອາການຄຽດ ເຮັດໃຫ້ນອນຫຼັບສະບາຍ

ໃຜເຄີຍເຫັນ ແລະ ເຄີຍກິນແນ່ ໝາກຂຽບຝຣັ່ງ ແຊບດີ ແຖມມີປະໂຫຍດ ແກ້ອາການຄຽດ ເຮັດໃຫ້ນອນຫຼັບສະບາຍ

December 6, 2022 Off By FC

ໝາກຂຽບຝຣັ່ງ ກິນແຊບ ແລະ ມີປະໂຫຍດ ໃຜເຄີຍກິນແນ່ ໝາກ ໃຊ້ກິນເປັນໝາກໄມ້ໄດ້.

ໃບ ໃຊ້ເປັນຊາຊົງດື່ມແກ້ອາການຄຽດ, ຊ່ວຍລະງັບຄວາມຄຽດ, ຫຼຸດຄວາມດັນເລືອດ, ຊ່ວຍຫຼຸດອາການເຈັບປວດ ແລະ ຫຼຸດອາການເຄັງທ້ອງ, ເຮັດໃຫ້ນອນຫຼັບສະບາຍ, ໃຊ້ເປັນຢາລະງັບປະສາດ,

ຊ່ວຍບຳລຸງຫົວໃຈ, ນຳມາຕົ້ມດື່ມຮັກສາອາການເຈັບຂໍ້, ເຈັບປາຍປະສາດ, ແກ້ອາການເຈັບຫົວ, ນອນບໍ່ຫຼັບ, ຖົງນ້ຳຍຽວອັກເສບ, ເບົາຫວານ, ຄວາມດັນເລືອດສູງ,

ຊ່ວຍກະຕຸ້ນນ້ຳນົມຫຼັງເກີດ, ຮັກສາແຜ ແລະ ຫ້າມເລືອດ, ຮັກສາພະຍາດກະເພາະ, ຂ້າພະຍາດພິດ, ເຊື້ອແບກທິເຣຍ, ຮັກສາເລືອດອອກຕາມຫວ່າງແຂ້ວ, ແກ້ອາການຖອກທ້ອງ, ຕົ້ມດື່ມເພື່ອໃຫ້ຄອດລູກງ່າຍ ແລະ ແກ້ອາການທ້ອງອືດ

ແກ່ນ: ແກ້ອາການເຈັບທ້ອງບິດ, ເຮັດໃຫ້ປວດຮາກ ແລະ ຮັກສາແຜ.