
ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີຢ່າງສຸດໃຈ
December 2, 2022ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫລາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດ ໃນການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ມີນໍ້າໃຈບຸກບືນສູງໃນການສ້າງສາພັດທະນາປະເທດຊາດຂອງຕົນ. ໂດຍສືບທອດມູນເຊື້ອອັນອົງອາດກ້າແກ່ນຂອງບັນພະບຸລຸດຄືດັ່ງກ່າວມານັ້ນ;
ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ສປປ ລາວ ໄດ້ກາຍເປັນລັດປະຊາທິປະໄຕ ປະຊາຊົນ ຢ່າງແທ້ຈິງ ທີ່ເກີດຈາກການຕໍ່ສູ້ເສຍສະລະອັນໃຫຍ່ຫລວງຂອງປະຊາຊົນລາວບັນດາເຜົ່າ, ແມ່ນລັດທີ່ມາຈາກປະຊາຊົນ, ລັດແຫ່ງອໍານາດຂອງປະຊາຊົນ ແລະ ເພື່່ອປະຊາຊົນ.
ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາເອົາໄວ້ວ່າ: ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະສົມບູນ, ເຖິງຖອງ ແລະ ບໍລິບູນໄດ້ຢ່າງສະຫງ່າລືຊາຄືແນວນີ້ຈັກເທື່ອ. ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະລາດຂອງປະເທດເຮົາ, ຫາກຍັງເປັນຄັ້ງທໍາອິດທີ່ປະຊາຊົນບັນດາຊົນຊາດເຮົາ ຜູ້ເຄີຍດໍາລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະຫລະພາບ ຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍ່ຄືຂອງມວນມະນຸດ ປາກົດເປັນຈິງ ຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ
ການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ແມ່ນໄຊຊະນະ ທີ່ເດັດດ່ຽວອາດຫານໃນການປະຕິບັດພາລະກິດ ປະຕິວັດຊາດ ປະຊາທິປະໄຕຢູ່ປະເທດເຮົາ, ແມ່ນໄຊຊະນະແຫ່ງການລວມສູນທາງດ້ານສະຕິປັນຍາ, ການເສຍສະລະເລືອດເນື້ອຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ຢ່າງອົງອາດກ້າຫານ ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ, ພາຍໃຕ້ການນຳພາຂອງພັກ ປະຊາຊົນລາວ ໃນເມື່ອກ່ອນ ກໍ່ຄື ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ.
ເມື່ອຫວນຄືນເສັ້ນທາງຕໍ່ສູ້ມີໄຊອັນຍິ່ງໃຫຍ່ຄືດັ່ງກ່າວ ຍິ່ງສະທ້ອນໃຫ້ເຫັນເລິກ ເຖິງຄວາມດຸເດືອດຂ້ຽວຂາດເອົາເປັນເອົາຕາຍລະຫວ່າງກຳລັງປະຕິວັດຂອງຊາດລາວ ກັບຈັກກະພັດຕ່າງດ້າວທີ່ມີກຳລັງທະຫານລື່ນກາຍຫລາຍເທົ່າ ທັງອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍແນວທາງອັນຖືກຕ້ອງເປັນທຳ, ດ້ວຍຄວາມປີຊາສາມາດ ສະຫລາດສ່ອງໃສໃນການນຳພາຕໍ່ສູ້ປົດປ່ອຍຊາດ, ພັກເຮົາ ໄດ້ປະສົມປະສານທັງດ້ານການທະຫານ, ການເມືອງ, ກົດໝາຍ, ການຕ່າງປະເທດ, ທັງປຸກລະດົມນໍ້າໃຈຮັກຊາດຂອງປະຊາຊົນບັນດາເຜົ່າ ໃຫ້ສະໜັບສະໜູນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດ ໄດ້ນັບມື້ຫລາຍຂຶ້ນ ອັນໄດ້ເຮັດໃຫ້ຂະບວນການຕໍ່ສູ້ກູ້ຊາດນັບມື້ໄດ້ຮັບໄຊຊະນະ, ຈາກໄຊຊະນະນີ້ ກ້າວສູ່ໄຊຊະນະໃໝ່ ແລະ ເຕີບໃຫຍ່ເຂັ້ມແຂງ.
ດ້ວຍແນວທາງອັນຖືກຕ້ອງຂອງພັກ, ຄວາມເດັດດ່ຽວຕໍ່ສູ້ບໍ່ຍອມຈຳນົນຂອງນັກຮົບປະຕິວັດ ແລະ ປະຊາຊົນລາວ, ເຮັດໃຫ້ການປະຕິວັດເຮົາ ໄດ້ຮັບໄຊຊະນະໃນແຕ່ລະບັ້ນຮົບ ເນື່ອງນິດລຽນຕິດ ຈົນສາມາດປົດປ່ອຍທົ່ວປະເທດຢ່າງສົມບູນ ຄືດັ່ງກ່າວມາ.
ວັນທີ 2 ທັນວາ ປີ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ທີ່ຍືດເຍື້ອຍາວນານເປັນພັນປີ ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີສິດເສລີພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີສາກົນ ກໍ່ຄື ປະຊາຄົມໂລກ. ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ແມ່ນວັນແຫ່ງການກ້າວສູ່ຍຸກສະໄໝແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ.
ຕະຫລອດໄລຍະ 47 ປີ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ພັກ-ລັດຖະ ບານໄດ້ເອົາໃຈໃສ່ຕໍ່ພັດທະນາມາທຸກໆດ້ານໂດຍຕະຫລອດ ຕິດພັນກັບການຊຸກຍູ້ປະຊາຊົນບັນດາເຜົ່າເປັນເຈົ້າການຈັດ ຕັ້ງປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ເຮັດໃຫ້ບ້ານເມືອງມີການພັດທະນານັບແຕ່ໂຕເມືອງຫາຊົນນະບົດ. ພົ້ນເດັ່ນແມ່ນຖະໜົນຫົນທາງ, ພື້ນຖານໂຄງລ່າງໂຮງຮຽນ, ສຸກສາລາ, ໄຟຟ້າ, ລະບົບນ້ຳສະອາດຕ່າງໆຢູ່ເຂດຫ່າງໄກສອກຫລີກໄດ້ຖືກພັດທະນາດີຂຶ້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂນັບມື້ຫລຸດລົງເປັນກ້າວໆ.
ສະເພາະດ້ານເສດຖະກິດ ຄາດຄະເນໝົດປີນີ້ຈະຂະຫຍາຍຕົວໃນລະດັບ 4,5%; ການຜະລິດກະສິກຳກໍຂະຫຍາຍຕົວເປັນກ້າວໆ,ສາມາດຜະລິດເຂົ້າກິນພຽງພໍ, ກຸ້ມກິນ, ມີສ່ວນແຮໄວ້ ແລະ ຂາຍເປັນສິນຄ້າສົ່ງອອກນັບມື້ເພີ່ມຂຶ້ນ. ໃນປີ 2022 ຂະແໜງກະສິກຳຂະຫຍາຍຕົວໃນລະດັບ 2,9% ໃນນັ້ນຜະລິດເຂົ້ານາແຊງໄດ້ 438.000 ໂຕນ, ເຂົ້ານາປີບັນລຸ 768.000 ກວ່າໂຕນ ແລະ ຍັງສາມາດຜະລິດສະບຽງອາຫານໄດ້ພຽງພໍກັບການບໍລິໂພກພາຍໃນ ແລະ ສາມາດສົ່ງອອກຈຳນວນໜຶ່ງ.
ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ສືບຕໍ່ຍຶດໝັ້ນແນວທາງປ່ຽນແປງ ໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ເພີ່ມທະວີກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ, ເສີມຂະຫຍາຍຈິດໃຈຮັກຊາດ ຕິດພັນກັບຮັກລະບອບໃໝ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ອອກແຮງຂຸດຄົ້ນຄວາມອາດສາມາດບົ່ມຊ້ອນ ແລະ ທ່າແຮງຢູ່ພາຍໃນຢ່າງສຸດຂີດ, ສົມທົບກັບການປີດກວ້າງການພົວພັນຮ່ວມມືຈາກພາຍນອກ; ທັງນີ້ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດອັນແສນຮັກຂອງພວກເຮົາ ກ້າວຂຶ້ນຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນເຮົາ ພ້ອມກັນເສີມຂະຫຍາຍມູນເຊື້ອວັນຊາດ 2 ທັນວາ, ຍູ້ແຮງການປະຕິບັດບັນດາຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ ໃຫ້ປາກົດຜົນເປັນຈິງເປັນກ້າວໆໄປ.
ນ້ຳໃຈວັນຊາດ 2 ທັນວາ ໝັ້ນຍືນ !