
ໜຸ່ມອອກມາຊີ້ແຈງ ຂໍໂທດ ປະເດັນທໍາຮ້າຍເມຍຖືພາລົ້ມ “ບໍ່ໄດ້ທຳຮ້າຍຮ່າງກາຍເມຍຈັກໜ້ອຍເລີຍ ພຽງພະຍາຍາມດຶງເພີ່ນອອກ”
December 2, 2022ເປີດຄຣິບຊີ້ແຈງປະເດັນ ທີ່ຫຼາຍຄົນອອກມາແຊເວົ້າເຖິງຄຣິບ ທີ່ຫຼາຍຄົນເຂົ້າໃຈວ່າຊາຍທໍາຮ້າຍຮ່າງກາຍເມຍທັງໆທີ່ກໍາລັງຖືພາ
ໂດຍ ເຟດບຸກ ອານຸສັກ ພົມມະຈັນອອກມາຊີ້ແຈງວ່າ
ຂ້າພະເຈົ້າຂໍອອກມາຊີ້ເເຈງດ້ວຍຄວາມຈິງໃຈຕໍ່ກັບເຫດການທີ່ເກີດຂື້ນ
ຂ້າພະເຈົ້າຂໍໂທດຕໍ່ສັງຄົມ ທີ່ກະທຳແບບນັ້ນໄປຍ້ອນອາລົມຮ້ອນ ບໍ່ໄດ້ເຈດຕະນາທີ່ຈະໂຍນເມຍຂ້າພະເຈົ້າເເບບໃນຄິບ
ຂ້າພະເຈົ້າບໍ່ໄດ້ທຳຮ້າຍຮ່າງກາຍເມຍຈັກໜ້ອຍເລີຍ ພຽງພະຍາຍາມດຶງເພີ່ນອອກຈາກຈຸດເກີດເຫດເພາະເພີ່ນຖືພາທ້ອງໃຫ່ຍເເລ້ວ ເດືອນໜ້າເພີ່ນກຽມຄອດ ເເລະ ອາລົມຂອງເມຍຕອນນັ້ນກໍໃຈຮ້ອນ
– ທຸກຢ່າງທີ່ເກີດຂື້ນມັນເປັນບັນຫາທາງຄອບຄົວທີ່ເຂົ້າໃຈຜິດກັນ ແລະ ເກີດມີຄິບຫຼູດເເບບບໍ່ໄດ້ຕັ້ງໃຈ
– ອາການຂອງເມຍແມ່ນປອດໄພເເລ້ວ ແລະ ລູກໃນທ້ອງແມ່ນປອດໄພສຸຂະພາບເເຂງເເຮງດີ
– ຢາກໃຫ້ສັງຄົມແບ່ງແຍກເລື່ອງນິໃຫ້ຖືກ ມັນບໍ່ໄດ້ກ່ຽວຂ້ອງກັບກູ້ໄພຊ່ວຍເຫຼືອສັງຄົມທຸກໜ່ວຍງານ ເເລະ ມັນເປັນເລື່ອງສ່ວນບຸກຄົນ ຂ້າພະເຈົ້າບໍ່ໄດ້ເຈດຕະນາໃຫ້ເກີດເລື່ອງແບບນີ້ຂື້ນ ຕ້ອງຂໍໂທດຂໍອາໄພຕໍ່ກັບເຫດການທີ່ເກີດຂື້ນ ຂ້າພະເຈົ້າຈະລະວັງລະບໍ່ໃຫ້ມີເຫດການແບບນີ້ຂື້ນອີກ ຂ້າພະເຈົ້າຂໍຮັບຜິດຜູ້ດຽວ ຢ່າເອົາທີມງານອາສາຂອງຂ້າພະເຈົ້າມາກ່ຽວຂ້ອງເລີຍ
ເເລະ ທີ່ຜ່ານມາໜ່ວຍງານເຮົາໄດ້ຊ່ວຍເຫືອສັງຄົມໂດຍບໍ່ຫວັງຜົນຕອບເເທນ
– ໃນຫຼາຍມື້ຜ່ານມາຂ້າພະເຈົ້າບໍ່ໄດ້ອອກຊີ້ເເຈງກັບບັນຫາທີ່ເກີດຂື້ນ ເນື່ອງຈາກມີເຫດການຫຼາຍໆຢ່າງເກີດຂື້ນກັບຂ້າພະເຈົ້າ ຖືກຂົ່ມຂູ່ຈາກຜູ້ບໍ່ຫວັງດີ.ຖືກໂຈມຕີທາງໂລກອອນລາຍ ເເລະ ໄດ້ມີເພຈຂ່າວ ຫຼາຍໆເຈົ້າໄດ້ຂຽນຂ່າວວ່າລູກຂອງຂ້າພະເຈົ້າຕາຍນັ້ນ
ບໍ່ເເມ່ນຄວາມຈິງຕາມຂ່າວ ເຮັດໃຫ້ຂ້າພະເຈົ້າເສຍຫາຍ ຕັດອານາຄົດຂ້າພະເຈົ້າທັງເປັນ ຂໍໃຫ້ທຸກຄົນເເລະເພຈທຸກເພຈຊ່ວຍລົບຄິບ ເເລະຢຸດເເຊຂ່າວໂຈມຕີຂ້າພະເຈົ້າດ້ວຍ ບໍ່ຊັ້ນຂ້າພະເຈົ້າຈະຂໍດຳເນີນຄະດີກັບຜູ້ທີ່ໃສ່ຮ້າຍປ້າຍສີຂ້າພະເຈົ້າ ເເລະຂ່າວທີ່ບິດບຽນບໍ່ເເມ່ນຄວາມຈິງ
ຈາກ: ອານຸສັກ ພົມມະຈັນ