
ສາວສຸດອັ້ນ ລະບາຍຄວາມໃນໃຈ “ຫຼັງໝູ່ເລີກຄົບເພາະບໍ່ໃຫ້ຢືມເງິນ”
October 29, 2022ແບບນີ້ກໍມີເດີ້ ບໍ່ໃຫ້ຢືມເງິນ ໝູ່ກະເຊົາຫຼິ້ນນໍາ ຄືເລື່ອງນີ້ ສາວຄົນໄທ ລະບາຍຄວາມໃນໃຈ ຜ່ານ TikTok @fahnb991
“กูจะเปลี่ยนเบอร์ โทรมาร้องไห้กันแบบนี้ ทำกูฟิลต กทั้งวัน สองวันติดๆ ยืมเหมือนกูมีเงิ นฝาก นิ่งๆพันล้าน ยืมพันสองพันเออเข้าใจ ยืมกันหลักแสนหลักหมื่น ครีมกูกระปุกละ 390 กูต้องร ว ยแค่ไหนหรอ ที่เพื่อนคิดอ่า”
.
ນາງບອກວ່າ ໃນມື້ທີ່ໝູ່ໂທມາຢືມເງິນ ບອກວ່າ ເດືອດຮ້ອນແທ້ໆ ແຕ່ວ່າເງິນເກົ່າກໍຍັງບໍ່ທັນຄືນ ເລີຍ ບໍ່ໃຫ້ຢືມ ວ່າໃຫ້ແຕ່ໝູ່ບໍ່ຄອຍຊັບພອດ ແລ້ວ ໂຕເກົ່າ ຄືບໍ່ຄືນແນ່
ເວົ້າວ່າເງິນພຽງບໍ່ເທົ່າໃດໝື່ນ ແຕ່ເຫັນຊື້ລົດເປັນລ້ານ, ຊື້ບ້ານ, ທ່ຽວກິນສະໜຸກສະໜານ ເຮົາເອງກໍເຮັດວຽກຫາເງິນໃຊ້ ໃຊ້ໃນຊີວິດ ແຕ່ຈະຕ້ອງຫາມາເພື່ອໃຫ້ໝູ່ຢືມຕະຫຼອດແບບນີ້ກໍບໍ່ໄດ້
ກໍເລີຍຕັດສິນໃຈ ບໍ່ໃຫ້ຢືມ ໝູ່ກະຄຽດ ກະເຊົາຫຼິ້ນກະເຊົາໂລດ
ທຸກຄົນເຫັນວ່ສແນວໃດເລື່ອງນີ້ ດັ່ງຄໍາບູຮານກ່າວໄວ້ເລີຍເນາະ ເຫັນເງິນໜ້າດໍາ ເຫັນຄໍາໜ້າເສົ້າ
ທຸກມື້ນີ້ໂຟກັດທີ່ຕົນເອງຄອບຄົວກ່ອນ ໃຜທັກມາຢືມເງິນ ບໍ່ໃຫ້ ເພາະຕອນເຮົາລໍາບາກ ໃຜແນ່ຄິດຈະຊ່ວຍເຮົາ
.
.
ຊ່ວຍ 10 ຄັ້ງບໍ່ເຄີຍຈື່ ຈື່ແຕ່ຕອນບໍ່ຊ່ວຍ ຂ້ອຍກະຊິຈື່ໄວ້ຄືກັນ
.
ຈາກ: fahnb991