
ຮູ້ໄວ້ 5 ເຄື່ອງດື່ມນີ້ ທີ່ທຳລາຍຜິວພັນ
December 1, 2022ຫຼາຍໆຄົນປະສົບກັບບັນຫາຜິວແຫ້ງ ໂດຍສະເພາະຢ່າງຍິ່ງຕອນນີ້ປະເທດລາວເຮົາກໍາລັງເຂົ້າສູ່ຊ່ວງລະດູໜາວອາດຈະເຮັດໃຫ້ເຈົ້າ ແລະ ລູກນ້ອຍມີຜິວແຫ້ງຫຼາຍກວ່າພາວະປົກກະຕິ ຜິວແຫ້ງອາດຈະເປັນຈຸດເລີ່ມຕົ້ນເຮັດໃຫ້ເກີດໂລກຜິວໜັງອື່ນໆອີກ…
ມື້ນີ້ເຮົາມາຮູ້ 5 ເຄື່ອງດື່ມທີ່ທຳລາຍຜິວ ມາຝາກທຸກຄົນ, ເຊິ່ງຈະມີເຄື່ອງດື່ມຫຍັງແດ່ ເຮົາໄປເບິ່ງນໍາກັນເລີຍ…
1 ນໍ້າອັດລົມ
2 ເຄື່ອງດື່ມທີ່ມີຄາເຟອິນ
3 ເຄື່ອງດື່ມຊູກໍາລັງ
4 ເຄື່ອງດື່ມເອວກໍຮໍ
5 ນົມ ຫຼາຍຄົນຄົງຄິດວ່ານົມມີປະໂຫຍດຫຼາຍຢ່າງ ແຕ່ຫາກເຮົາດື່ມຫຼາຍເກີນປະລິມານ ກໍສາມາດໃຫ້ໂທດເຊັ່ນກັນ ຄວນສຶກສາຂໍ້ມູນ ແລະ ຊະນິດຂອງນົມວ່າທ່ານສາມາດກິນໄດ້ບໍ່ ເພາະບາງຄົນແພ້ນົມສັດ, ບາງຄົນແພ້ນົມຖົ່ວ
ທີ່ກ່າວມານັ້ນ ໝາຍຄວາມວ່າເຄື່ອງດື່ມເຫຼົ່ານີ້ ຫາກດື່ມລາຍຈະເປັນຜົນເສຍ ແລະ ບາງຄົນກໍບໍ່ຖືກທາດກັບເຄື່ອງດື່ມເຫຼົ່ານັ້ນ ເຮັດໃຫ້ຜິວຜັນບໍ່ເສາະໃສ, ເປັນສິວ, ຕຸ່ມອັກເສບ ແລະ ພະຍາດອື່ນໆອີກຕາມມາ ລວມທັງເຮັດໃຫ້ແກ່ກ່ອນໄວ ແລະ ທໍາລາຍສຸຂະພາບ
ເຊິ່ງແຫຼ່ງຂໍ້ມູນໄດ້ມາຈາກ: https://bit.ly/3gKsqiw
ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແຊຣ໌ໃຫ້ຄົນທີ່ເຈົ້າຮັກນໍາເດີ້