ຕອນມີເງິນຂັບ Lexus ໄປທາງໃດ ມີແຕ່ຄົນເອີ້ນຫາ ຕອນລົ້ມມາມີແຕ່ຄົນຕີໂຕອອກຫ່າງ ແມ່ນບໍ່ຊຸມເຈົ້າ ?

ຕອນມີເງິນຂັບ Lexus ໄປທາງໃດ ມີແຕ່ຄົນເອີ້ນຫາ ຕອນລົ້ມມາມີແຕ່ຄົນຕີໂຕອອກຫ່າງ ແມ່ນບໍ່ຊຸມເຈົ້າ ?

October 29, 2022 Off By FC

ຈາກໂພສນີ້ ເປັນຂໍ້ຄິດ ແລະ ເປັນເລື່ອງທີ່ຫຼາຍໆຄົນພົບພໍ້ ຕາຕີບ ຕາຕີບ
ຕອນມີເງິນຂັບ Lexus ໄປທາງໃດ ມີແຕ່ຄົນເອີ້ນຫາ ຕອນລົ້ມມາມີແຕ່ຄົນຕີໂຕອອກຫ່າງ ແຕ່ພວກເຮົາບໍ່ເຄີຍຖິ້ມກັນ ຈົນລຸກຂຶ້ນໄດ້ອີກຄັ້ງ

.

ຕອນພວກຂ້ອຍມີເງິນຂັບ Lexus ໄປທາງໃດມີແຕ່ຄົນເອີ້ນຫາຢາກເລ່ນນຳ ໄປຫຼີ້ນໃສຜົວຂ້ອຍກະລ້ຽງໝົດພໍຕອນຜົວຂ້ອຍເຂົ້າຄ່າສິໂນ່ເສີຍເງິນຫຼາຍແສນຫຍວນໝູ່ຄູ່ບາງຄົນກະຕີໂຕອອກຫ່າງ ນ້ອງນຸ່ງທີ່ລ້ຽງມາຈົນໄດ້ດີກະບໍ່ຢາກຫຼີ້ນນຳ

.

ຍ້ອນວ່າອາຍໝູ່ຖືງແມ້ວ່າຂ້ອຍບໍ່ເຄີຍໄປເລາະຂໍຍືມເງິນໃຜແມ້ແຕ່ເທືອດຽວບາງຄົນກະບອກວ່າຊິຢູ່ນຳມັນເຮັດຫຍັງມັນເສີຍເງິນຫຼາຍປານນັ້ນຈັກໜ່ອຍມັນກະບໍ່ມີເງິນແລ້ວ…
ຂ້ອຍບໍ່ເຄີຍຄິດວ່າຊິຖີ້ມຜົວຂ້ອຍຖືງວ່າມັນຊິບໍ່ມີເງິນເພາະຂ້ອຍມີທຸກມື້ນີ້ໄດ້ກະຍ້ອນຜົວຂ້ອຍທີ່ດຶງຂ້ອຍຂື້ນມາຈາກຈຸດທີ່ຕ່ຳຈົນຮອດມື້ນີ້

.

ຢາກໄດ້ຫຍັງກະຫາມາໃຫ້ບໍເຄີຍເຮັດໃຫ້ຂ້ອຍອົດຢາກສົ່ງເງິນໃຫ້ຄອບຄົວຂ້ອຍຖືງຊິເປັນຈັ່ງໃດຂ້ອຍກະຊິເບິ່ງຊິຢູ່ຂ້າງຄືກັນກັບທີ່ລາວ ເຮັດນຳຂ້ອຍ ເງິນທີ່ເສີຍໄປກະເລີ່ມນັບ1ໃໝ່
ຜ່ານມາບໍໄດ້ສົນໃຈວ່າໃຜຊິຢາກເລ່ນນຳ ຫຼື ບໍ່ຢາກເລ່ນລົ້ມເອັງ ລຸກເອັງ 2 ຄົນຜົວເມຍຕັ້ງໃຈຫາເງິນມາຮອດຕອນນີລຸກຂື້ນຍືນໄດ້ແລ້ວ

.

ບໍ່ອຶດບໍ່ຢາກຄົນຊິເຂົ້າຫາ ຄົນຄືພວກຂ້ອຍໃຈແລກໃຈໃຜທີ່ຢູ່ຂ້າງຕອນທີຂ້ອຍລົ້ມພວກເຈົ້າຈະໄດ້ເຫັນໜ້າຂ້ອຍຄົນແລກຕອນທີພວກເຈົ້າເດືອດຮ້ອນ

ຈາກໂພສ ຕາຕີບ ຕາຕີບ