
ເມື່ອມີແຟນ ກໍຈະມີຟິວແຟນແບບນີ້ ພາແຟນໄປ Tirp 4 ມື້ 3 ຄືນ ທີ່ ຫລວງພະບາງ
November 29, 2022ໄປ ຫລວງພະບາງ ໄປເຮັດຫັຍງ.? ພາແຟນໄປ Tirp 4 ມື້ 3 ຄືນ
1 ມື້ແລກເດີນທາງຂື້ນລົດໄຟໄປຮອດ- -ພາກັນນຸ້ງຊຸດຫລວງພະບາງໄປຖ່າຍຮູບ ປ່ຽນກັນຖ່າຍໃຫ້ກັນ ກັບ ຫາເຂົາຖ່າຍໃຫ້
2 ມື້ທີ່ 2 ຕື່ນແລ້ວພາກັນໄປເຊົ່າລົດຈັກ ຂີ່ໄປ ຕາດກວາງຊີ 2 ຄົນບໍ່ມີໄຜຖ່າຍໃຫ້ປ່ຽນກັນຖ່າຍອີກມື້ກັບມີຄົນລັກຖ່າຍແລ້ວຫາເຂົາຖ່າຍຮູບຄູ່ໃຫ້ອີກມື້ ຫລັງຈາກນັ້ນພາກັນຂີ່ກັບ ແວ່ ກະແລັມນົມຄວາຍຖ່າຍຮູບ ແລ້ວກໍ່ພາກັນກັບ
3 ມື້ທີ່ 3 ຕື່ນນອນພາກັນໄປ ເລາະຖ່າຍຮູບຢູ່ ສວນ ຫມາກກ້ຽງ ກ່ອນຈະຮອດກາພາກັນຂີ່ກາຍຈົນຫມູ່ໂທນຳ5555 ປ່ຽນກັນຖ່າຍຮູບອີກມື້
ຕໍ່ມາຫມູ່ກາຖ່າຍຮູບຄູ່ໃຫ້ ຫລັງຈາກກັບມາຈາກສ່ວນຫມາກ້ຽງພາກັນ ນອນພັກຜ່ອນຕື່ນມາ ແລ້ວພາກັນໄປເລາະຕະຫລາດມືດ ແລ້ວກາກັບ ມານັ່ງຫລີ້ນຫນ້າບ່ອນພັກ ຢູ່ແຄມຄານ
4 ມື້ທີ່ 4 ພາກັນນອນຍາວຈົນຮອດໂມ່ງໄປ ໄປສະຖານີ ແລ້ວພາກັນຂື້ນລົດໄຟກັບ ນະຄອນຫລວງແບບປອດໄພ ແລະ ຄວາມເມື່ອຍ
.
.
.
ຢາກໄປແບບນີ້ກັບແຟນຕ້ອງມີແຟນກ່ອນເດີ້ ຂໍໃຫ້ໄດ້ ຂໍໃຫ້ໂດນນະ