
ມີແຟນແບບນີ້ຄົງດີ ເຮຮາມ່ວນໄປນໍາກັນ, ຊັບພອດກັນ ແລະ ເປັນຄວາມສຸກເລື່ອງລາວດີໆຂອງກັນ ແລະ ກັນ
November 28, 2022ຄູ່ຮັກແຕ່ລະຄູ່ ຕ່າງແຕກຕ່າງກັນ ດ້ວຍເລື່ອງຂອງເວລາ ພາລະໜ້າທີ່ ທີ່ອາດບໍ່ຄືກັນ ບາງຄູ່ຢູ່ໄກກັນ ໄດ້ແຕ່ແຊັດ ໂທລົມ ເອົາຄວາມຊື່ສັດ ໝັ້ນຄົງເປັນໂຕຊີ້ວັດວ່າຈະຖ້າກັນໄດ້ດົນບໍ່
ບາງຄູ່ຢູ່ນໍາກັນ ແຕ່ຕ່າງວຽກຕ່າງໜ້າທີ່ ຕ່າງເວລາ ອາດບໍ່ມີເວລາໄປໃສມາໃສນໍາກັນ
ບາງຄູ່ວຽກດຽວກັນ ໂຄດຈະມີເວລາໄປໃສມາໃສຢູ່ນໍາກັນ ໂຕຕິດກັນຕະຫຼອດ
ເຊິ່ງບາງຄູ່ ແລະ ຫຼາຍໆຄູ່ ກໍຢາກຈະໃຫ້ເປັນແບບ ຄົນທີ່ເຮຮາ ບ້າບໍໄປນໍາກັນ ຊັບພອດກັນ ແລະ ກັນ ເປັນເລື່ອງລາວດີໆຂອງກັນແລະກັນ ຊ່ວຍກັນທໍາມາຫາກິນ ແລະ ຊ່ວຍເຫຼືອທຸກໆຢ່າງຂອງອີກຝ່າຍໄດ້
ແຕ່ກໍຄືວ່າຄົນເຮົາມັນຕ່າງກັນ ແຕ່ລະຄູ່ກໍຕ່າງກັນ ແຕ່ຖ້າຮັກ ແລະ ເຂົາໃຈກັນກໍໄປກັນລອດ ແມ່ນເນາະ
ຄວາມຮັກຂອງເຈົ້າເປັນແບບໃດ ແຊໃຫ້ອ່ານແນ່