
ຄຸນຫຍິງ ເຍົາວະເລດ ຊິນນະວັດ ມາລາວ ສວມຊຸດລາວ ຮ່ວມງານ VIENTIANE WOW FASHION SHOW 2022 ງາມສະຫງ່າ
November 27, 2022ຂໍຕ້ອນຮັບການມາຍາມລາວ ຂອງທ່ານາງ ທ່ານ ຄຸນຫຍິງ ເຍົາວະເລດ ຊິນນະວັດ ນ້ອງສາວ ທ່ານ ທັກສິນທີ່ມາຮ່ວມງານວ້າວແຟຊັ້ນວິກ 2022 ໂດຍເປັນແຂກຮັບເຊີນຂອງຄຸນ ຂວັນເຈົ້າຂອງ ຄີນິກເສີມຄວາມງາມ Surgiskin Hospital ແລະ ໄດ້ຮັບການສະຫນັບສະຫນຸນຈາກ Laotel Hotel ໃນວັນທີ 26 ພະຈິກ 2022
.
.
ໂດຍການໃຫ້ກຽດຕ້ອນຮັບ ໂດຍ ແມ່ຕິມ ຫຼື ທ່ານ ນາງ ວົງຈັນ ບົວແພງ ຮອງປະທານໂຮງແຮມລາວເທວ, ປະທານ ໂຄງການ Miss Earth laos ແລະ ຄຸນ ຂວັນເຈົ້າຂອງ ຄີນິກເສີມຄວາມງາມ Surgiskin Hospital ພ້ອມຊື່ມວນຊົນ
.
ທັງນີ້ກໍໄດ້ເດີນທາງໄປກິນເຂົ້າສາມັກຄີຢູ່ ທີ່ໂຮງແຮມລາວເທວ ແລະ ຕອນແລງກໍໄປຮ່ວມງານ VIENTIANE WOW FASHION SHOW 2022 ສວມໃສ່ຊຸດໄໝລາວ ສີແດງ ງາມແຮງແພງຫຼາຍ
ຍິນດີຕ້ອນຮັບ ແລະ ເປັນການມາທີ່ອົບອຸ່ນ ເປັນນິມິດໝາຍທີ່ດີໃນການສົ່ງເສີມມິດຕະພາບລະຫວ່າງ 2 ຊາດລາວໄທ ບໍ່ວ່າຈະເປັນເລື່ອງທຸລະກິດຕ່າງໆ ແລະ ວຽກໃນວົງການບັນເທີງ
ທ່ຽວລາວໃຫ້ມ່ວນໆເດີ້ທ່ານ