
ປະຫວັດຫຍໍ້ ພະທາດອິງຮັງ ໜຶ່ງພະທາດທີ່ຫຼາຍຄົນເຄົາລົບບູຊາ ມາແຂວງສະຫວັນນະເຂດ ຕ້ອງມາກາບໄຫວ້
November 27, 2022ປະຫວັດຫຍໍ້ ພະທາດອິງຮັງ
ສ້າງຂຶ້ນໃນສະໄໝອານາຈັກລ້ານຊ້າງສີໂຄດຕະບອງປະມານປີພ.ສ 236-400 ໃນສະໄໝພະເຈົ້າສຸມິດຕະທຳ ວົງສາ ຕາມຄຳແນະນຳສຳມະທູດທາງພູດທະສາດສະໜາຈາກປະເທດອິນເດຍ
.
ພະເຈົ້າອະໂສກະລາດໄດ້ນຳເອົາສາດສະໜາພຸດເຂົ້າມາເຜີຍແຜ່ຄັ້ງທຳອິດ ໃນຕຳນານກວ່າວ່າໄດ້ມີພຣະພຸດທະເຈົ້າໄດ້ສະເດັດມາໂຜດສັດໂລກ ແລະ ໄດ້ນັ່ງພັກອີງໄມ້ຮັງ ແລະ ຮາທະນາສັນພັດຕາຫານໃນຈຸດນີ້ ຈາກນັ້ນພະເຈົ້າສຸມິຕະທັມຜູ້ປົກຄອງໃນຄາວນັ້ນຈຶ່ງສ້າງທາດຂຶ້ນເພື່ອເປັນທີ່ລະນຶກ ແລະ ເປັນບ່ອນເຄົາລົບນັບຖືຄູ່ບ້ານຄູ່ເມືອງ
.
ເມື່ອມາຮອດສັດຕາວັດທີ9 ຊົນຊາດຂອມໄດ້ຂຶ້ນແທນອຳນາດ ແລະ ປົວແປງຕົກແຕ່ງຄວັດລາຍມາເທວະສະຖານຂອງຟາມ (ຮີນດູ) ແລະ ໄດ້ປ່ຽນການປົກຄອມໃໝ່ຈົນມາຮອດ ປີ ຄ.ສ 1548 ພະເຈົ້າໄຊເສດທາທິລາດເຈົ້າກະສັດແຫ່ງອານາຈັກລ້ານຊ້າງໄດ້ຕໍ່ເຕີມ ແລະ ຍອດດວງປີໃຫ້ເດັ່ນຈອມແຫຼມ ຄວາມກວ້າງແຕ່ລະດ້ານ9ແມັດ, ຄວາມສູງ25ແມັດ
.
ດ້ານໃນເປັນຫ້ອງໂຖໂດຍໄດ້ມີການນຳເອົາກະດູສັນຫຼັງຂອງພຣະພຸດທະເຈົ້າຈາກລາສະຄືຈາກປະເທດອິນເດຍມາສະທິດຢູ່ດ້ານໃນ
ຈາກນັ້ນເພີ່ນກໍ່ໄດ້ສ້າງງານສະຫຼອງພຣະທາດຄົບງັນຂຶ້ນໃນເດືອນຈຽງ ຫຼື ເດືອນທັນວັນວາ ຂອງທຸກໆປີ
.
ຂໍຂອບໃຈຂໍ້ມູນຈາກ: ສະໂມສອນສົ່ງເສີມສີລະປະວັດທະນະທຳເຊົາເຜົ່າແຂວງສະຫວັນນະເຂດ
.
ພາບຈາກ: ທ່ຽວໄປກັບ 𝐒𝐚𝐯𝐞 𝐩𝐢𝐜𝐭𝐮𝐫𝐞𝐬