
ສາວໂພສເຕືອນ ຜູ້ຍິງທຸກຄົນໃຫ້ສັງເກດໂຕເອງຫລາຍໆ ໄປກວດໄວ້ແຮງດີ ອາດມີຖົງນ້ຳໃນຮັງໄຂ່ ໄດ້ຜ່າຕັດ ເຈັບ ແລະ ອັນຕະລາຍ
November 27, 2022Pop Vongphachanh ໂພສ ຂໍເຈີກັນແຕ່ເທົ່ານີ້ເດີ້ ບໍ່ເອົາອີກແລ້ວ ປີນີ້ເປັນປີທີ່ຫນັກຫນ່ວງຫລາຍ (ຖົງນ້ຳໃນຮັງໄຂ່) ກ້ອນໃຫຍ່ຊ່ຳໃດຖາມໃຈເຈົ້າເບີ່ງ (ກ້ອນຊ່ຳຫົວເດັກນ້ອຍ.
ຢາກເຕືອນຜູ້ຍິງທຸກຄົນໃຫ້ສັງເກດໂຕເອງຫລາຍໆ ໄປກວດໄວ້ແຮງດີ ຖ້າເຈີຕອນມັນນ້ອຍໆ ໃຫ້ຕັດຖິ້ມ ກ່ອນທີ່ມັນຈະໃຫຍ່ ແລະ ສາຍເກີນໄປ
ຜ່າຕັດວ່າເຈັບແຜ່ແລ້ວ ແຕ່ຕອນເຈັບຍ້ອນມີກ້ອນອັນນີ້ ຕອນມັນມັນບິດ ແລະ ກຳລັງຊິແຕກ ທໍລະມານຍິງກວ່າ ເກີດມາຍັງບໍ່ເຄີຍເຈັບປານນີ້ຈັກເທື່ອ.
ປະມານປີກາຍນີ້ເຄີຍກວດເຈີແລ້ວແຕ່ຕອນນັ້ນມັນຍັງເປັນນ້ອຍໆຢູ່ ຫມໍບອກວ່າບໍ່ອັນຕະລາຍມັນສາມາດຝໍໄປເອງໄດ້ ແຕ່ດ້ວຍຄວາມທີ່ເຮົາບໍ່ສົນໃຈ ບໍ່ໃສ່ໃຈມັນເລີຍ ກິນຕາມໃຈປາກ. ຕໍ່ມາເລີ່ມມີອາການປວດປະຈຳເດືອນຫລາຍກ່ອນເກົ່າ ເລີ່ມເຈັບເອວ ເຈັບຫລັງແບບບໍ່ມີສາເຫດ ຄິດວ່າເປັນຍ້ອນກະດູກ ຫລື ກ້າມເນື້ອ ກະວ່າໄປ .
ມີຊ່ວງຫນຶ່ງທີ່ເລີ່ມຮູ້ສຶກວ່າໂຕເອງຕຸ້ຍ ເລີຍລົດນ້ຳຫນັກ ນ້ຳຫນັກກະລົງຕາມເຮົາຕັ້ງໃຈ ແຕ່ສິ່ງທີ່ບໍ່ລົງຄືທ້ອງນ້ອຍ ຍັງໃຫຍ່ເປັນຫນ່ວຍຢູ່ ແຕ່ກະຄິດວ່າຍ້ອນໄຂມັນສະສົມ
ມາມື້ຕອນຊິໄດ້ຜ່າ ຢູ່ດີໆກະເຈັບຕັ້ງແຕ່ຫລັງຈົນໄປຮອດເອວ ເຈັບຈົນຢືນບໍ່ໄດ້ ຫລັງຈາກນັ້ນຄວາມເຈັບທ້ອງນ້ອຍຝາກຊ້າຍກະຕາມມາ ແຮງຫນັກກ່ອນເກົ່າ ຈົນໄດ້ຕ້ອງໄປໂຮງຫມໍເພາະບໍ່ໄຫວແລ້ວ . ໄປຮອດໂຮງຫມໍ ຫມໍກະກວດທຸກຢ່າງແຕ່ບໍ່ເຈີຫຍັງ ເລີຍສົ່ງໄປພະແນກ ພະຍາດຍິງ ເພິ່ນກະຫຸ້ມໃສ່ ຈົນຊ່ອງຊອງຄອດເຫັນ ຫມໍເພິ່ນກະສັ່ງຜ່າຕັດດ່ວນເລີຍ .
ໃຊ້ເວລາຜ່າເກືອບ 3ຊົ່ວໂມງ . ດີທີ່ຜ່າທັນ ຖ້າມັນແຕກລະເປັນເລື່ອງໃຫມ່ . ປີກມົດລູກຝາກຊ້າຍກະໄດ້ຕັດອອກໄປນຳເລີຍ
ສະນັ້ນຢາກຝາກບອກຜູ້ຍິງທຸກຄົນໃຫ້ຮັກສາໂຕເອງໃຫ້ດີໆ ຢ່າປະມາດ ຢ່າຄິດວ່າມັນໄກໂຕ ຫມັ່ນໄປກວດ ພະຍິງເຮົາອັນຕະລາຍຫລາຍ ເຈັບເປັນມາບາງຄົນອາດຈະບໍ່ໂຊກດີ. ຂະຫນາດຂ້ອຍເອງຍັງຄິດວ່າໂຕເອງຊິບໍ່ມີຊີວິດລອດແລ້ວ ຕອນເຈັບບາດສຸດທ້າຍ ຫນ້າ ພໍ່ແມ່ ຜົວ ນ້ອງ ຄົນທີ່ເຮົາຮັກລອຍມາເລີຍ ຈົນນົບຈົນໄຫວ ຄວາມວ່າຢ້ານຕາຍ