ແນວທາງ ຊອກລົມຄົນມີສວນຢາງ ຄອບຄົວນີ້ ຂາຍຢາງພາລາສະເລ່ຍ 300 ລ້ານກີບຕໍ່ປີ

ແນວທາງ ຊອກລົມຄົນມີສວນຢາງ ຄອບຄົວນີ້ ຂາຍຢາງພາລາສະເລ່ຍ 300 ລ້ານກີບຕໍ່ປີ

October 29, 2022 Off By FC

ຄອບຄົວ ນາງ ບຸນທະວີ ສຸລິຍະວົງສາ ມີລາຍຮັບຈາກການຂາຍຢາງພາລາສະເລ່ຍ 300 ລ້ານກີບຕໍ່ປີ


ປັດຈຸບັນປະຊາຊົນ ບ້ານເຫຼົ່າສຸລິຍະ ເມືອງຈຳພອນ ແຂວງສະຫວັນນະເຂດ ຈຳນວນຫຼາຍຄອບຄົວຫັນມາຜະລິດເບ້ຍຢາງ ແລະ ປູກຢາງພາລາຂາຍເປັນສິນຄ້າ ຈົນສາມາດເຮັດໃຫ້ປະຊາຊົນພາຍໃນບ້ານມີວຽກເຮັດງານທຳ,ມີຢູ່ມີກິນ ແລະ ກາຍເປັນຄອບຄົວຮັ່ງມີໃນທີ່ສຸດ. ສຳລັບຄອບຄົວ ນາງ ບຸນທະວີ ສຸລິຍະວົງສາ ( ອໍ ) ກໍ່ເປັນອີກຄອບຄົວຕົວແບບໜຶ່ງໃນການຜະລິດຢາງພາລາເປັນຄ້າ ຂອງບ້ານເຫຼົ່າສຸລິຍະ ເຊິ່ງໃນປີໜຶ່ງໆຄອບຄົວຂອງ ນາງ ບຸນທະວີ ຈະມີລາຍຮັບຈາກການຂາຍເບ້ຍຢາງພາລາ,ນ້ຳຢາງ,ແກ່ນຢາງ ແລະ ກິ່ງຕາຢາງ ສະເລ່ຍປະມານ 300 ລ້ານກີບ/ປີ.


ໃນຄັ້ງວັນທີ 26 ຕຸລາ 2022 ນາງ ບຸນທະວີ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງແຂວງສະຫວັນນະເຂດວ່າ: ທາງຄອບຄົວມີແຮງງານຕົ້ນຕໍ 5 ຄົນ, ການລິເລີ່ມຫັນມາປູກຢາງພາລາເບື້ອງຕົ້ນທາງຄອບຄົວແມ່ນໄດ້ມີປະສົບການຕົວຈິງຈາກການໄປເຮັດວຽກຢູ່ຈັງຫວັດຕັງ ປະເທດໄທ ແລ້ວໄດ້ນໍາເອົາສາຍພັນຢາງພາລາມາຈາກໄທ ມາປູກທົດລອງ ໃນປີ 2009, ລວມມີ 2 ສາຍພັນຄື: ສາຍພັນ 600 ແລະ ສາຍພັນ251 ເຊິ່ງສາມາດຂີດຂາຍມາໄດ້ 7 ປີແລ້ວ ພາຍໃນສວນມີຢາງພາລາທັງໝົດ 2.000 ກວ່າຕົ້ນ ແລະ ໄດ້ຮັບຜົນຜະລິດແລ້ວ 500 ຕົ້ນ.

ຂັ້ນຕອນໃນການຂາຍແມ່ນມີພໍ່ຄ້າຄົນກາງມາຮັບຊື້ເຖິງສວນ ແລະ ສົ່ງຂາຍເອງໂດຍກົງ ໃນນີ້ນ້ຳຢາງຫຼືຂີ້ຢາງແມ່ນຂາຍໃນລາຄາ 12.000 – 15.000 ກີບ/ກິໂລກຣາມ,ຂາຍອາທິດລະຄັ້ງ ສະເລ່ຍລາຍຮັບປະມານ 25 -30 ລ້ານກີບ/ເດືອນ,ສໍາລັບເບ້ຍຢາງແມ່ນຂາຍໃນລາຄາ 17.000 ກີບ ຂາຍສົ່ງທັງພາຍໃນ ແລະ ຕ່າງປະເທດສະເລ່ຍ 20.000 – 30.000 ເບ້ຍ/ປີ ( ອີງຕາມລູກຄ້າຕ້ອງການ ) ສ່ວນແກ່ນຢາງແມ່ນຂາຍໃນລາຄາ 3.500/ກິໂລກຣາມ ຫັກຈາກຕົ້ນທຶນແຕ່ລະປີຈະເຫຼືອກຳໄລທັງໝົດປະມານ 300 ລ້ານກີບ/ປີ. ໃນການປູກແມ່ນມີຂໍ້ຫຍຸ້ງຍາກຄືການບົວລະບັດຮັກສາ ຖາງຫຍ້າ,ໃສ່ຝຸ່ນ,ໃສ່ຢາ

ເພື່ອໃຫ້ເບ້ຍຢາງງາມ ສໍາລັບການລົງທຶນແມ່ນຂ້ອນຂ້າງສູງ ສະເລ່ຍຕົກເຮັກຕາລະ 150 ລ້ານກີບ. ຂໍ້ສະດວກແມ່ນປູກແລ້ວເຫັນຜົນໄວແລະໄດ້ລາຄາດີ. ນາງ ບຸນທະວີ ຍັງເວົ້າຕື່ມອີກວ່າ: ພາຍຫຼັງທີ່ຫັນມາປູກຢາງພາລາເປັນສິນຄ້າເຫັນວ່າຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍເມື່ອທຽບໃສ່ກັບແຕ່ກ່ອນທີ່ເຄີຍເປັນກຳມະກອນອອກແຮງ ແຕ່ປັດຈຸບັນແມ່ນໄດ້ກາຍເປັນຜູ້ໃຊ້ແຮງງານແລ້ວ.


ໂອກາດດັ່ງກ່າວ ນາງ ບຸນທະວີ ກໍ່ໄດ້ຮຽກຮ້ອງມາຍັງການຈັດຕັ້ງພັກລັດ ກໍ່ຄືພາກສ່ວນກ່ຽວຂ້ອງຢາກໃຫ້ມີມາດຕະການຈຳກັດການນໍາເຂົ້າເບ້ຍຢາງພາລາຈາກປະເທດໃກ້ຄຽງ ເພາະວ່າຈະເຮັດໃຫ້ການຈໍາໜ່າຍເບ້ຍຢາງຂອງປະຊາຊົນພາຍໃນຫຼຸດລົງ.