
ແຊໄວ້ເຮັດ ພາຫວານໄຫວ້ແມ່ທໍລະນີ ທຸກວັນພຸດ ກ່ອນຕາເວັນຂຶ້ນ ເອີ້ນໂຊກເອີ້ນລາບ ຄ້າຂາຍລໍ້າລວຍ
November 25, 2022ພາຫວານໄຫວ້ແມ່ທໍລະນີ ທຸກວັນພຸດ ກ່ອນຕາເວັນຂຶ້ນ 4-5ໂມງ ເອີ້ນໂຊກເອີ້ນລາບ ຄ້າຂາຍລຳ້ລວຍ
ລາຍການປະກອບມີ ເຂົ້າຫນົມຫວານ, ຫມາກໄມ້ຫ້າມຂາດຫມາກກ້ວຍ
ຫ້າມໃສ່ຫມາກກ້ຽງກັບສີດຳເຂົ້າຫນຽວດຳ
ຄໍາຫມາກ 8 ຄໍາ, ຢາສູບ8ກອກ, ທຽນ8ເຫລັ້ມ, ແຍກທູບ 16 ດອກ ແລະ 15 ດອກ, ນໍ້າແດງ1ຈອກ ນ້ຳລ້າ1ຈອກ ແລະ ດອກໄມ້
1 ແຕ່ງພາແລ້ວໆ ໃຫ້ເອົາໄປວາງຢູ່ຫນ້າບ້ານມູມໃດກະໄດ້ຂອງຫນ້າບ້ານເຮົາ
2 ໄຕ້ທຽນ8ດອກລຽນກັນ ຫນ້າພາຫວານ
3 ຈາກນັ້ນໄຕ້ທູບ16ດອກນັ່ງນົບຫນ້າພາຫວານ
4 ແລ້ວນົບຮ້ອງເທວະດາມາເປີດທາງໃຫ້ແນ່ເດີມື້ນີ້ວັດພຸດຂ້ານ້ອຍໄດ້ແຕ່ງພາຫວານໃຫ້ແມ່ທໍ່ລະນີໃຫ້ເທວະດາມາຊ່ວຍເປີດທາງ ໃຫ້ນາກ4ຕະກູນມາຊ່ວຍເປີດທາງແນ່ເດີ
5 ຫລັງຈາກນັ້ນເອົາທູບທີໄຕ້16ດອກ ໄປປັກໄວ້ທາງໃດກໍ່ໄດ້ຂອງຫນ້າບ້ານ ບໍ່ໃຫ້ໃກ້ພາຫວານເດີສໍາຫລັບທູກ16ດອກ
6 ແລ້ວກໍ່ມາໃຕ້ຕູບ15ດອກນົບຫນ້າພາຫວານຕໍ່ຮ້ອງໃສ່ວ່າ ມື້ນີ້ຂ້ານ້ອຍໄດ້ເບີກພາຫວານໃຫ້ແມ່ທໍລະນີເດີ ໃຫ້ແມ່ທໍລະນີມາຮັບເອົາ ຖ້າຮັບແລ້ວ ຂໍໃຫ້ເປີດທິດເປີດທາງໃຫ້ຂ້ານ້ອຍຫາເງີນຫາຄໍາຂື້ນເກີນ ໃຫ້ມີກິນມີໃຊ້ມີເງີນໄດ້ເຮັດບຸນເຮັດທານນໍາເດີສາທຸ ແນວໃດດີໆກະເວົ້າເອົາໂລດຂໍໂຊກຂໍລາບນໍາເພີ່ນ
7 ຈາກນັ້ນກໍ່ປັກທູບ15ດອກລົງ ຫນ້າພາຫວານໃກ້ກັບທຽນ8ດອກນັ້ນ
8 ແລ້ວເອົາຢາສູບ8ກອກປັກລົງ ເອົາໄຟຕໍ່ຢາສູບພ້ອມເດີ(ເອົາໄມ້ຈີ້ມແຂ້ວສຽບໃສ່ກົ້ນຢາສູບ ແລ້ວປັກລົງໃສ່ໂຖ )
9 ຂໍໃຫ້ທຸກຄົນມີແຕ່ໂຊກລາບ ລ້ຳລວຍໆ
Cr ຮູບ ແລະ ລາຍລະອຽດ @khonesavanh tomee