
ມີແຟນເດັກຕ້ອງທໍາໃຈ ເອ້ ດາລາລຸ້ນໃຫຍ່ໄທ ຈົບຮັກ 6 ປີ ກັບແຟນໜຸ່ມ ຟຣ້ອງ
November 24, 2022ຄວາມຮັກ ບໍ່ກ່ຽວກັບອາຍຸ ແຕ່ບາງຄູ່ ກໍອາດຈະໄປກັນບໍ່ລອດ ເມື່ອຮອດຈຸດທີ່ອີກຝ່າຍໃຫ້ໃນສິ່ງທີ່ຕ້ອງການບໍ່ໄດ້ ດັ່ງຄູ່ຮັກດາລາດັງໄທຢ່າງ ເອ້ ດາລາລຸ້ນໃຫຍ່ ກັບແຟນໜຸ່ມ ທີ່ອາຍຸຫ່າງກັນຫຼາຍ ຟຣ້ອງ
ທີ່ຫຼ້າສຸດ ທັງຄູ່ເລີກກັນແລ້ວ ເອ້ ຮ້ອງໄຫ້ເສຍໃຈ ເປີດໃຈ ບອກວ່າ ແນວໃດມື້ນີ້ກໍຕ້ອງມາຮອດ ເມື່ອຕົນເອງບໍ່ສາມາດມີລູກໄດ້ ແລະ ເປັນຄົນໃຫຍ່ ຟຣ້ອງເປັນໄວລຸ້ນ ເຂົາໄປທ່ຽວຊອດແຈ້ງ ຕິດສາວ
ຈຶ່ງເລີກ ແລະ ໜຸ່ມ ຟຣ້ອງ ກໍມີແຟນໃໝ່ແລ້ວ ໄປທ່ຽວ ແລະ ມີຄວາມສຸກນໍາກັນ ເປັນລຸ້ນລາວຄາວດຽວກັນກັບເຂົາ ລົມກັນຮູ້ເລື່ອງກວ່າເຮົາ
ກໍໄດ້ແຕ່ຍິນດີນໍາ