
ແຊຕາມຫາຊາຍຄົນນີ້ ຜິດກັບເມຍ ເອົາໄມ້ຄ້ອນຕີຫົວພໍ່ຂ້າງບ້ານ ປະຈຸບັນພໍ່ໄດ້ເສຍຊີວິດແລ້ວ
November 22, 2022ສະບາຍດີ ຂໍກະບອກສຽງທາງສັງຄົມ ແລະ ສື່ອອນລາຍເຮົາຂໍຄວາມຊ່ວຍເຫລືອແດ່ ຄືວ່າພໍ່ເຮົາໄປໃສ່ບາດແລ້ວຖືກຄົນຂ້າງບ້ານເອົາໄມ່ຟາດຫົວຈາກທາງຫລັງຕອນພໍ່ກຳລັງນັ່ງໃສ່ບາດຢູ່
ສາເຫດແມ່ນ ມັນຜິດກັບເມຍແລ້ວເມຍບໍ່ໃຫ້ເຂົ້າເຮືອນ ແລະ ຕອນເຊົ້າພໍ່ໄປໃສ່ບາດຕອນ 6 ໂມງເຊົ້າ ລະຍ່າງກາຍຫນ້າບ້ານມັນລະມັນວ່າພໍ່ຫລຽວເບີ່ງມັນລະມັນເອົາໄມ້ຄ້ອນນຳໄປຟາດຫົວພໍ່ຢູ່ບ່ອນໃສ່ບາດຈົນບາດເຈັບສາຫັດ (ມີພະຍານເຫັນຈຳນວນຫຼາຍ) ແລະ ນອນຫ້ອງຟື້ນຟູຊີບໄດ້ 8 ມື້ ທີ່ໂຮງຫມໍ,
ປະຈຸບັນພໍ່ໄດ້ເສຍຊີວິດແລ້ວຢາກຂໍຄວາມເຫັນໃຈຊ່ວຍປະກາດນຳຕາມຫາຜູ້ກໍ່ເຫດແດ່ເພາະຕອນນີ້ມັນຫລົບຫນີໄປ ແລະ ຄອບຄົວມັນກໍ່ບໍ່ມາຮັບຜິດຊອບ
ຂໍຄວາມເຫັນໃຈນຳທຸກຄົນຊ່ວຍເປັນຫູເປັນຕາເບີ່ງຂ້າຕະກອນຜູ້ນີ້ໃຫ້ແດ່ຖ້າໃຜພົບເຫັນ #ເຮົາມີເງີນສົມມະນາຄຸນໃຫ້ (ຕອນນີ້ເປັນຫ່ວງແມ່ ແລະ ຄົນໃນຄອບຄົວຢ້ານມັນກັບມາທຳຮ້າຍອີກ)
ຄຳສັ່ງຈັບຕົວ ທ້າວ ພອນວິໄລ ເມກສຸລີນ (ຂ້າຕະກອນ)
ພໍ່ໄປໃສບາດກໍ່ຖືກຄົນມາຂ້າ/ສັງຄົມລາວເຮົາບໍ່ຄວນມີຂ້າຕະກອນ