
ແຊບອກກັນໄວ້ ສິ່ງທີ່ແມ່ຢູ່ກຳ ບໍ່ຄວນເຮັດ ຄືການຕົ້ມໝໍ້ນ້ຳຢາຄ້າງຕຽງກຳ ຈະອັດຕະລາຍຕໍ່ຄົນນ້ອຍຄືເຄສນີ້
November 21, 2022ສີ່ງນີ້ເປັນສີ່ງທີເອື້ອຍຕູ່ບໍ່ເຄີຍແນະນຳ ແມ່ຢູ່ກຳ ແລະ ຄອບຄົວເຮັດ ຄືການຕົ້ມໝໍ້ນ້ຳຢາຄ້າງຕຽງກຳ ພາກັນໄປຕົ້ມຢູ່ເຮືອນຄົວກະໄດ້ເດີ ກະຕີກ ນ້ຳຮ້ອນ ກະມີ ຢາກໃຫ້ນ້ຳຮ້ອນດົນປ່ານໄດກະໄດ້
ຜົນທີຄົນນ້ອຍໄດ້ຮັບຄືການປອດອັກເສບຈົນລົງກະແສເລືອດໄດ້ເຂົ້ານອນໂຮງໝໍ ຄີດແລ້ວເສົ້າ
ເດັກແດງເກີດໄໝ່ ປອດຍັງບໍ່ທັນແຂງແຮງ ແຕ່ຢູ່ໃນເຮືອນມີເຕົາ ແລະ ໝໍ້ນ້ຳຢາເຮັດໃຫ້ເກີດມີຄັວນຫລາຍ ແລ້ວ ສີ່ງທີເກີດຂື້ນກະຄຶທຸກຄົນເຫັນນັ້ນລະ
ການແນະນຳ ແມ່ນ ແມ່ກະຂາງໄຟມື້ລະ 3-4 ຊົ່ວໂມງກະໄດ້ ສ່ວນລູກນ້ອຍແມ່ນເອົາເຂົ້າຫ້ອງສ່ວນໂຕຂອງລູກຮັກສາຄວາມສະອາດ ອະເຊື່ອໃຫ້ໄດ້ຫລາຍທີສຸດ
ຮອດ 9.30 ຂໍໃຫ້ແມ່ແລະລູກໄດ້ເຂົ້າຫ້ອງນອນພັກພ່ອນໃຫ້ຮ່າງກາຍແຂງແຮງເດີ
ຂາງໄຟຮ້ອນໆ ອາບນ້ຳຮ້ອນໆ ບໍ່ໄດ້ຊ່ວຍໃຫ້ຮ່າງກາຍແຂງແຮງ ມີແຕ່ເຮັດໃຫ້ວີນວຽນ(ຜີດກຳ) ອັນໄດກະຄວນເຮັດພໍດີພໍງາມເດີ
55614455 ເອື້ອຍຕູ່ມັມແຄ ໃຫ້ຄຳປືກສາຟຮີ ເລື່ອງຢູ່ກຳ
ບໍ່ເຊື່ອຂໍເລື່ອນຜ່ານ
ບໍ່ຮັບຟັງເລື່ອງມ້າມາຢ້ຳຢ້ຳ ຄື
ຈາກ: Mom Care Spa ຮັບຄ້ຳກຳ