ຕ້ອງລອງ ສູດນີ້ ຫຼຸດຂີ່ໂພ່ນ ດ້ວຍ ນໍ້າເຜິ້ງໝາກນາວ

ຕ້ອງລອງ ສູດນີ້ ຫຼຸດຂີ່ໂພ່ນ ດ້ວຍ ນໍ້າເຜິ້ງໝາກນາວ

October 28, 2022 0 By FC

ແຈກສູດ “ນໍ້າເຜິໍີ້ງໝາກນາວ ດີທ໊ອກ ຫຼຸດຂີ້ໂພ່ນ”

ບັນຫາໜ້າທ້ອງ, ຂີ້ໂພ່ນ ເມື່ອເຮົາອາຍຸຫຼາຍຂຶ້ນ ກໍມາຕາມໆກັນ ແລະ ຫຼາຍຄົນພົບບັນຫາໃນການຫຼຸດສ່ວນເກີນນັ້ນ ເນື່ອງຈາກຫຼາຍປັດໄຈ ອາດເປັນສິ່ງທີ່ຫຼາຍໆຄົນບໍ່ມັກ
ແລະ ການທີ່ເຮົາຮູ້ສູດ ຫຼື ໂຕຊ່ວຍທີ່ດີ ກໍອາດຊ່ວຍໄດ້ ມື້ນີ້ຈະມາແນະນໍາສູດງ່າຍໆ ທີ່ຊ່ວຍທາດຫຼຸດສ່ວນເກີນນັ້ນໄດ້ ສູດນີ້ເລີຍ ຊ່ວຍຫຼຸດໜ້າທ້ອງ, ຊ່ວຍໃນການຂັບຖ່າຍ ແລະ ບໍ່ເຮັດໃຫ້ເຮົາເຈັບທ້ອງ
ກຽມສ່ວນປະສົມເລີຍຄື ເອົາໝາກນາວມາ 6 ໜ່ວຍ, ນໍ້າເຜີ້ງ 500 ml, ເກືອ 2 ບ່ວງແກງ

ວິທີເຮັດ
1 ນໍາເກືອມາຖູກັບເປືອກໝາກນາວປະມານ 5 ນາທີ, ລ້າງອອກດ້ວນນໍ້າສະອາດ ແລ້ວພັກໄວ້ໃຫ້ໝາກນາວແຫ້ງ
2 ຫັ່ນ ຫຼື ຊອຍ ເປັນແຜ່ນບາງໆ ແລ້ວນໍາໄປຮຽງໄວ້ໃນຈອກ ຫຼື ແກ້ວທີ່ມີຟາປິດ ຈາກນັ້ນນຊານໍ້າເຜີ້ງເທລົງໄປໃຫ້ທ່ວມ ແລ້ວກໍປິດໄວ້ໃຫ້ແຈບ
3 ນໍາໄປແຊຕູ້ເຢັນເປັນເວລາ 3 ມື້ ແລ້ວກໍນໍາມາຊົງກດື່ມໄດ້ເລີຍ

ສໍາລັບວິທີການຊົງດື່ມ ຄື ຕັກໝາກນາວທີ່ເປັນແຜ່ນມາ 1 ແຜ່ນ, ແລະ ຕັກນໍ້າເຜີ້ງທີ່ໝັກໄວ້ 1 ບ່ວງແກງ ປົນກັບນໍ້າເຢັນ
ແນະນໍາໃຫ້ດື່ມກ່ອນອາຫານເຊົ້າປະມານ 10 ນາທີ
ເຮັດກິນດື່ມແບບນີ້ປະມານ 1 ອາທິດ ຈະຊ່ວຍໃຫ້ຂັບຖ່າຍດີ ແລະ ຫຼຸດໜ້າທ້ອງໄດ້

.

ໃຜທີ່ຢາກຫຼຸດໜ້າທ້ອງ ກໍລອງສູດນີ້ເບິ່ງໄດ້ເດີ້
ຂໍ້ມູນ/ພາບຈາກ: Health Plus Thailand