ຍິນດີກັບ “ແຈັກກີ້ ພິມມະຈັກ” ໄດ້ເປັນ Mister Global Laos 2022 ພ້ອມອີກ 2 ລາງວັນພິເສດ

ຍິນດີກັບ “ແຈັກກີ້ ພິມມະຈັກ” ໄດ້ເປັນ Mister Global Laos 2022 ພ້ອມອີກ 2 ລາງວັນພິເສດ

November 20, 2022 0 By FC

ໄດ້ແລ້ວຜູ້ຊະນະເລີດເວທີ Mister Global Laos 2022 ໃນວັນທີ 19 ພະຈິກ 2022 ຂໍສະແດງຄວາມຍິນດີກັບ “ແຈັກກີ້ ພິມມະຈັກ” ໝາຍເລກ MGL11 ພ້ອມລາງວັນຊາມມິ້ງກາຍ ແລະ ລາງວັນ ໂຟໂຕຈີນິກບາຍ ໄອຄອນສະຕູ (2 ລາງວັນພິເສດ)

.

ຮອງອັນດັບ 1 ໄດ້ແກ່ “ບຸນຫຼາຍ ລັດຕະນະກອນ” ໝາຍເລກ MGL09


ແລະ ຮອງອັນດັບ 2 ໄດ້ແກ່ ແມັກ “ແສງປະເສີດ ໄຊຍະສິງ” ໝາຍເລກ MGL05 ພ້ອມ 2 ລາງວັນພິເສດ ຄື ລາງວັນ ເຮວຕີກາຍ ແລະ ລາງວັນ ລາງວັນ ບຸກຄະລິກກະພາບດີ

ນອກນັ້ນປີນີ້ຍັງມີອີກຫຼາຍລາງວັນພິເສດ ທີ່ບອກເລີຍວ່າປັງ ບໍ່ວ່າຈະເປັນລາງວັນ
1 ລາງວັນ ສະປອດກາຍ ຈາກ Dalon Sport ໄດ້ແກ່ MGL06 ໂປເຕ້ ສີແສງລັດ


2 ລາງວັນ ສະມາດອິນສະປອດແວ່ ຈາກ ຊາບາ ໄດ້ແກ່ MGL10 ແມັກ ສັກສິດ ສີຈັນໂທ

.

3 ລາງວັນ ເບສອິນສະວິມແວ່ ຈາກສະແນ່, ພ້ອມລາງວັນ ປ້ອບປູລ້າໂຫວດ ເຂົ້າ Top 6 ອັດຕະໂນມັດ ໄດ້ແກ່ MGL04 ໂຊໂລ້ ມີນ້ອຍມະນີ


4 ລາງວັນ ກິບແຊັກຈາກຄາມາກ ໄດ້ທັງ 12 ຄົນ

5 ລາງວັນຈາກໂຮງໝໍ ບີຢອນ 693 ຄົນລະ 500.000 ກີບ ມອບໃຫ້ 11 ນ້ອງ ແລະ ອີກ 1 ຄືຜູ້ວິນເນີ້

6 ລາງວັນ ໄອທີກາຍ ບາຍທີພຣັສ ໄດ້ແກ່ MGL12 ດິນ ສີສຸວົງ ໂພທິສານ


7 ສະມາດກາຍ MGL 07 ໂຕໂຕ້ ສຸລິຍົງ ຈັນທະລາສອນ


8 ລາງວັນ ໄລນິ້ງສະຕາ MGL08 ອານັນ ອານາວັດ ແຫວ່ນແກ້ວ


9 ລາງວັນມິດຕະພາບ MGL02 ວິຊຽນ ພູລະວົງ

.


ຂໍສະແດງຄວາມຍິນດີກັບທຸກຄົນເດີ້ ຖືເປັນບາດກ້າວໜຶ່ງໃນເວທີປະກວດຊາຍງາມ
ສໍາລັບໜຸ່ມແຈັກກີ້ຈະໄດ້ເປັນຕົວແທນສາຍສະພາຍລາວ ເພື່ອປະກວດກອງໃຫຍ່ ໃນຮອບຕັດສິນທີ່ຊຽງໃໝ່ ປະເທດໄທ ຕົ້ນປີ 2023 ຖ້າເຊຍ ແລະ ສົ່ງກໍາລັງໃຈໃຫ້