ພໍ່ແມ່ທຸກແຮງ ຫັວງມາເຮັດວຽກຢູ່ວຽງ ມາໄດ້ 2-3 ມື້ ສະໝັກວຽກໃສກະບໍ່ຮັບ ເລີຍຈະກັບບ້ານບໍ່ມີເງິນ ໜຸ່ມໃຈດີຊື້ປີ້ໃຫ້

ພໍ່ແມ່ທຸກແຮງ ຫັວງມາເຮັດວຽກຢູ່ວຽງ ມາໄດ້ 2-3 ມື້ ສະໝັກວຽກໃສກະບໍ່ຮັບ ເລີຍຈະກັບບ້ານບໍ່ມີເງິນ ໜຸ່ມໃຈດີຊື້ປີ້ໃຫ້

November 18, 2022 Off By FC

ຈາກໂພສ Tao Phanthavong ໂພສ ບໍ່ໄດ້ສ້າງກະແສ ພໍດີຂ້ອຍອອກມາເບິ່ງຮ້ານລະເຫັນຜູ້ກ່ຽວນັ່ງຢູ່ໜ້າຮ້ານບໍ່ຮູ້ວ່າເປັນຫັຍງຂ້ອຍເລີຍເຂົ້າໄປຖາມວ່າເປັນຫັຍງ..


ຜູ້ກ່ຽວວ່າມາຊອກເຮັດວຽກໄດ້ 2-3 ມື້ແລ້ວໄປສະໝັກວຽກຢູ່ໃສໃຜກະບໍ່ຮັບ ຜູ້ກ່ຽວມາແຕ່ແຂວງໄຊສົມບູນ ຢາກມາເຮັດວຽກຢູ່ວຽງຍ້ອນພໍ່ແມ່ທຸກຢາກແຮງຫັວງວ່າສິໄດ້ວຽກ ເລີຍມາບໍ່ໄດ້ຕັ້ງໂຕຍາດຕິພີ່ນ້ອງຢູ່ນີ້ກະບໍ່ມີ


ບາງມື້ກະກິນເຂົ້າກັບເກືອ ບາງເທື່ອກະໄປຂໍກິນເຂົ້ານຳຄູບາຢູ່ວັດລະຂໍອາໄສເພິ່ນນອນຢູ່ຫັນ ຢາກກັບບ້ານກະບໍ່ມີເງີນກັບເລີຍໝົດປັນຍາຄືເຫັນຕາມຮູບຫັນລະ.


ຂ້ອຍເຫັນລະອີຕົນເລີຍໄປສົ່ງຜູ້ກ່ຽວຢູ່ຄິວລົດຊື້ປີ້ລົດໃຫ້ກັບບ້ານ ບໍ່ໄດ້ຫັວງຜົນອີ່ຫັຍງ… ເຫັນໃຈເພື່ອນມະນຸດດ້ວຍກັນ. ຝາກໄວ້ໃຫ້ຄິດ…!


Tao Phanthavong