ກ່ອນຈະມີເຮືອນງາມໆຢູ່ ລົດງາມໆຂີ່ ເຄີຍຢູ່ຕູບ ສູ້ຊີວິດ ສ້າງຊີວິດທີ່ດີຂື້ນໃຫ້ແມ່ແລ້ວເດີມື້ນີ້

ກ່ອນຈະມີເຮືອນງາມໆຢູ່ ລົດງາມໆຂີ່ ເຄີຍຢູ່ຕູບ ສູ້ຊີວິດ ສ້າງຊີວິດທີ່ດີຂື້ນໃຫ້ແມ່ແລ້ວເດີມື້ນີ້

November 18, 2022 Off By FC

ຟ້າໃສ ກຸນລາວົງ ໂພສ ສິເລົ່າເລື່ອງກ່ອນທີ່ຈະມີຊີວິດດີຂື້ນຂັ້ນໜື່ງໃນມື້ນີ້
ກ່ອນຈະມີເຮືອນງາມງາມຢູ່ ລົດງາມໆຂີ່ ຮູບທຳອິດເປັນຮູບຕູບທີ່ຟ້າເຄີຍຢູ່ ຍາມຝົນແຖບຈະນອນບໍ່ໄດ້ ທັງຮົ່ວ ທັງລົມລ່ວງ ຄວາມປອດໄພບໍ່ມີ ເພາະເປັນໄມ້ທີ່ສາມາດງັດແງະໄດ້ສະບາຍ ໂຈນເຄີຍເຂົ້າຕອນທີ່ຟ້າກັບນ້ອງສຸກຢູ່ 2 ຄົນ ຕອນນັ້ນແມ່ໄປຫາໄປງານກັບຄັງເຊນ ດີແຕ່ຟ້າກັບນ້ອງບໍ່ເປັນຫຍັງມັນເອົາແຕ່ເຄື່ອງທີ່ຂາຍເລັກໆນ້ອຍໆໄປ


ກ່ອນຈະໄດ້ມາຢູ່ຕູບນີ້ແມ່ນແມ່ເຄີຍຊື້ເຮືອນນ້ອຍໆຫລັງ 1 ມາກ່ອນ ແລະ ຄ້າຂາຍໄປນຳ ຈົນມາຮອດມື້ຫນື່ງເຈົ້າຂອງເຮືອນທີ່ຂາຍໃຫ້ຍົກເລີກວ່າບໍ່ຂາຍແລ້ວເດີໃຫ້ພວກເຈົ້າເກັບເຄື່ອງອອກເລີຍ ແລະ ລາວກະຄືນເງີນທີ່ຈ່າຍໄປກ່ອນສ່ວນ1.


ແຕ່ແມ່ ຟ້າ ແລະ ນ້ອງສຸກຍັງບໍ່ສາມາດອອກກັບມື້ໄດ້ ບໍ່ຮູ້ສິໄປຢູ່ໃສ ຕ້ອງຊອກບ່ອນຢູ່ກ່ອນ ແລະ ລຸງປ້າກະໄດ້ຂື້ນມາແຕ່ປາກເຊມາລົມຊ່ວຍລາວຈື່ງໃຫ້ເວລາຊອກບ່ອນຢູ່ 3 ມື້ ຈື່ງໄດ້ເຊົ່າຕູບນີ້ຢູ່

.


ສະຕໍຣີ່ເລື່ອງເລົ່າຊີວິດ ເລົ່າສ່ຳໃດກໍບໍສຸດ ເພາະເສັ້ນທາງທີ່ຜ່ານມາກ່ອນຈະຮອດຈຸດຫມາຍ ເຈີຫລາຍຢ່າງເຂົ້າມາທ່າຖົມແຮງ.
ຟ້າມີໄອດໍ້ທີ່ໃຈສູ້ ສູ້ຊີວິດ ກໍຄືແມ່ ເຖິງຈະທຸກຍາກລຳບາກສ່ຳໃດກໍຕາມແມ່ເປັນຄົນຫນື່ງທີ່ບໍ່ມັກຈົ່ມຈຸກຈິກໃຫ້ລູກຍິນມີແຕ່ຕັ້ງຫນ້າຕັ້ງຫາຫາເງີນຢ່າງດຽວ


ຈົນມາຮອດຈຸດທີ່ຟ້າຕ້ອງລຸຍຈິງຈັງ ກະຕັ້ງໃຈລຸຍຢ່າງດຽວບໍ່ຄິດຫລາຍບໍ່ຈົ່ມຫລາຍ ຄິດໃສ່ແຕ່ພະລັງງານ
ມື້ນີ້ລູກສ້າງຊີວິດທີ່ດີຂື້ນໃຫ້ແມ່ແລ້ວເດີ ທັງພິມທັງນ້ຳຕາຊຶມ


ຈາກ: ຟ້າໃສ ກຸນລາວົງ