
ຄັກສຸດ Pangeos ເຮືອຍອສໃຫຍ່ທີ່ສຸດໃນໂລກຮູບເຕົ່າ ເມືອງລອຍນໍ້າແຫ່ງອານາຄົດ ແຊໄວ້ໄປ
November 18, 2022ຫາກເວົ້າເຖິງເຮືອຍອສຂະໜາດໃຫຍ່ ຫຼາຍຄົນອາດເຄຍໄດ້ຍິນຄໍາວ່າ “ຊຸບເປີຍອສ” ແມ່ນບໍ່ ແຕ່ເບິ່ງຄືວ່າ ຊຸບເປີຍອດຂະໜາດນ້ອຍໄປເລີຍ ເມື່ອທຽບກັບ ໂປເຈັກເຮືອຍອດຂະໜາດໃຫຍທີ່ສຸດໃນໂລກທີ່ຈຸຄົນໄດ້ເຖິງ 60.000 ພັນຄົນ
ໂດຍເຮືອຫຼູຂະໜາດຍັກ ທີ່ໃຫຍ່ກວ່າຊຸບເປີ, ເມກະ ແລະ ກິກະຢ່າງ ເທຣະຍອສ ນີ້ຊື່ວ່າ “‘Pangeos” ເຊິ່ງຕັ້ງຊື່ຕາມ ມະຫາທະວີບ Pangea ທີ່ມີອາຍຸຢູ່ໃນຊ່ວງ 200-335 ລ້ານປີກ່ອນ
ໂປເຈັກ Pangeos ນັ້ນຖືກອອກແບບໂດຍນັກອອກແບບຊາວອິດຕາລີ້ ຢ່າງ Pierpaolo Lazzarini ແລະ ຖາມວ່າໂປເຈັກຫຼູນີ້ໃຊ້ງົບສ້າງເທົ່າໄດ ບອກເລີຍຫຼາຍເຖິງ 8,000 ລ້ານຫຼຽນສະຫາລັດ ຫຼໍື 2.86 ລ້ານບາດ
ເຊິ່ງກໍບໍ່ແມ່ນເລື່ອງແປກເທົ່າໃດ ທີ່ Pangeos ຈະມີລາຄາແພງຫຼາຍ ເພາຫາກໄດ້ຮັບທຶນຈົນກໍ່ສ້າງສໍາເລັດ ນີ້ເປັນໂຄງສ້າງລອຍນໍ້າຂະໜາດໃຫຍທີ່ສຸດໃນໂລກເທົ່າທີ່ເຄີຍມີມາ ໂດຍມີຄວາມຍາວ 550 ແມັດ ແລະ ກວ້າງ 610 ແມັດ
Lazzarini ບອກວ່າ Pangeos ບໍ່ແມ່ນເຮືອຍອດ ແຕ່ນີ້ຄື ‘ເມືອງລອຍນໍ້າ’ ເຕັມຮູບແບບ ເພາະກາຍເປັນພື້ນທີ່ສໍາລັບໂຮງແຮມ, ວິນລ້າສ່ວນໂຕ, ຫ້າງສັບພະສິນຄ້າ, ສວນສາທາລະນະ, ມີທ່າເຮືອໃຫ້ເຮືອຂະໜາດນ້ອຍເດີນທາງມາທີ່ນີ້ໄດ້ຍ່າງມີສະຕາຍ
ຂະນະທີ່ໂຄງສ້າງ Pangeos ເອງກໍມີສະຕາຍເຊັ່ນກັນ ໂດຍຖືກອອກແບບໃຫ້ມີຮູບຮ່າງຄືເຕົ່າ ພາຍໃນແບ່ງອອກເປັນຊ່ວງຕຶກຕ່າງໆ ແລະ ສາມາດເຂົ້າພັກໄດ້ເຖິງ 60.000 ຫ້ອງ
Pangeos ຖືກອອກແບບມາໃຫ້ຕິດຕັ້ງເຄື່ອງຍົນ HTS ຈໍານວນ 9 ເຄື່ອງ ໂມເຕີແຕ່ລະໂຕໃຊ້ໄຟຟ້າເຕັມຮູບແບບ ແລະ ໃຫ້ກໍາລັງ 16,800 ແຮງມ້າຕໍ່ໂຕ ເມື່ອໄດ້ຮັບພະລັງງານທີ່ຈໍາເປັນຈາກແຫຼ່ງພະລັງງານຕ່າງໆ ໃນເຮືອແລ້ວ ຈະສາມາດລ່ອງເຮືອໄດ້ທີ່ຄວາມໄວ 5 ນອດ
ແລະ ສ່ວນປີກຂອງ Pangeos ເປັນສ່ວນທີ່ໄດ້ຮັບພະລັງງານຈາກການກະທົບກັບຄື້ນຂະນະແລ່ນເຮືອ ນອກຈາກນັ້ນເທິງຫຼັງຄາຍັງມີແຜງໂຊຣາສເຊວ ເພື່ອເປັນພະລັງງານນໍາ ແລະ ການໃຊ້ພະລັງງານນີ້ເອງ ເຮັດໃຫ້ Pangeos ສາມາດສ່ອງໄປໄດ້ຮອບໂລກ ບໍ່ມີການປ່ອຍມົນລະພິດ
ນອກຈາກເຮືອມີຄວາມພິເສດ ເຮືອຍອສນີ້ຍັງໃຊ້ສະຖານທີ່ພິເສດໃນການກໍ່ສ້າງນໍາ ນັກອອກແບບໄດ້ກໍານົດໃຊ້ຊາດຸດີອາຣະເບຍເປັນສະຖານທີ່ໃນການກໍ່ສ້າງ ແຕ່ຈະຂຸດລອກທະເລປະມານ 1 ຕາລາງກິໂລແມັດ ແລະ ສ້າງເຄື່ອນກົມກ່ອນກໍ່ສ້າງ
ເຊິ່ງນັກອອກແບບໄດ້ຈັດສັນໃຫ້ພື້ນທີ່ທ່າເຮືອ King Abdullah Port ເຊິ່ງຢູ່ຫ່າງຈາກເມືອງ ເຈັດດ້າ ໄປທາງເໜືອ 81 ໄມ ໄວ້ເປັນພື້ນທີ່ກໍ່ສ້າງ
.
Lazzarini ຫວັງວ່າຈະສາມາດເລີ່ມກໍ່ສ້າງໄດ້ໃນປີ 2023 ໂດຍໃຊ້ເວລາກໍ່ສ້າງໄດ້ໃນປີ 2033 ໂດຍໃຊ້ເວລາ 8 ປີ ໂດຍໂຄງສ້າງການຣະດົມທຶນນັ້ນມີຫຼາກຫຼາຍຮູບແບບ ຕັ້ງແຕ່ຊື້ປີ້ເຂົ້າ (16 ດອນລ້າ) ໄປຈົນເຖິງຊື້ອາພາດເມັ້ນວີໄອພີຜ່ານ NFT (169 ໂດລ້າ)
.
ທີ່ມາ TODAY Bizview