ມີພໍ່ແມ່ແຟນດີມີໄຊໄປກວ່າເຄິ່ງ ຢາກນຸ່ງຫຍັງບໍ່ຫ້າມ, ມັກໄປໃສກໍພາໄປ, ເຮັດຫຍັງກໍອຸດໜຸນ ປຶກສາໄດ້ຕະຫຼອດ ຮັກຄືແມ່ຄົນທີສອງ

ມີພໍ່ແມ່ແຟນດີມີໄຊໄປກວ່າເຄິ່ງ ຢາກນຸ່ງຫຍັງບໍ່ຫ້າມ, ມັກໄປໃສກໍພາໄປ, ເຮັດຫຍັງກໍອຸດໜຸນ ປຶກສາໄດ້ຕະຫຼອດ ຮັກຄືແມ່ຄົນທີສອງ

November 17, 2022 Off By FC

ເຄລີ້ ນາງແບບ ນັກສະແດງ ແມ່ຄ້າສາວງາມໂພສເລື່ອງລາວຄູ່ຮັກ ທີ່ຫຼາຍຄົນຢາກມີແບບນີ້ ຄືແຟນດີ ແລະ ຄອບຄົວກໍຮັກໃນແບບທີ່ເຮົາເປັນທຸກຢ່າງ ທີ່ໄດ້ແຟນດີ ແລະ ແມ່ແຟນດີ ຫຼາຍຄນຮ່ວມແຊ ແລະ ຕ່າງຢາກມີແບບນີ້
ໂດຍໄດ້ບອກວ່າ ມີພໍ່ແມ່ແຟນດີມີໄຊໄປກວ່າເຄິ່ງ ອັນນີ້ຄວາມຈິງ

ມີແຟນດີແລ້ວຍັງບໍ່ທໍ່ ມີຄອບຄົວແຟນດີ
ຖ່າຍຮູບຊຸດລອຍນຳ້ຕອນແລກເກງໃຈມ້າ ເອົາໄປເອົາມາ ບອກໃສ່ໂລດລູກ ງາມໆ ມ້າຈະຖ່າຍໃຫ້ ບໍ່ເຄີຍຕິ ວ່າເຮົາສິແຕ່ງໂຕແບບໃດກະບອກວ່າງາມເນາະ ລູກ ແພງງ
ເຫັນເສື້ອໂຕໃດງາມກະສົ່ງມາໃຫ້ເລືອກ ເອົາບໍ່ ຈະຊື້ໃຫ້ ຄິດເຫັນລູກຕະຫລອດ

.

ຕອນໄປຂີ່ລົດໄຟຊັ້ນກາງຍອ້ນເຕັມ ແຕ່ຕອນກັບມ້າເຫັນວ່າຄົນແຍ້ກັນຄົນຫລາຍມ້າຈອງ business class ໃຫ້ເລີຍຈ້າາາາ ທີ່ສຸດແລ້ວວວຜູ້ນີ້
ມາບ້ານແຕ່ລະເທື່ອ ຖາມຕະຫລອດກິນຫຍັງລະຫວາ ກິນນຳ້ຊາບໍ່ມ້າເຮັດໃຫ້ ກິນຂອງຫວານບໍ່ ກິນຫມາກໄມ້ບໍ່

.

.

ເຫັນເຄລີ່ມັກຖ່າຍຮູບກະພາໄປ ຮ້ານໃດງາມໆກະສົ່ງມາຊວນໄປ
ຕັ້ງແຕ່ເຄລີ່ເລີ່ມຂາຍເຄື່ອງ ລາວຈະອຸດຫນູນຕະຫລອດ ບອກບໍ່ເອົາ ກະລັກໂອນເງິນມາໃຫ້ວ່າຢາກອຸດຫນູນ ໂອ້ຍຍຍຍນ່າຮັກ

.

ຮັກຄືແມ່ຄົນທີສອງ ມີເລື່ອງບໍ່ສະບາຍໃຈປຶກສາໄດ້ຕະຫລອດ ລົມໄດ້ທຸກເລື່ອງ ຫັນມາຍາມໄດກະເຈີ່ ຕອນທີ່ຜິດກັນກະບໍ່ກ້າຜິດກັນແຮງຖືງຂັ້ນເລີກ ຍອ້ນເຫັນເປັນຄອບຄົວ ຖ້າເລີກລາກັນໄປ ກະຊົງສິຄິດວ່າຕໍ່ໄປເຮົາຈະເຈີ່ຄອບຄົວທີ່ດີກັບເຮົາຄືເຮົາເປັນລູກ ໄດ້ຂະຫນາດນີ້ບໍ່ ຈະມີໃຜທີ່ຮັກເຮົາຄືເຮົາເປັນລູກໄດ້ຂະຫນາດນີ້ບໍ່ ຮັກຮັກ

ຮັກສຸດດດ 2 ຄົນນີ້ ມີແມ່ສອງຄົນແລ້ວວ ສວ່ນຝ່າຍຄອບຄົວເຄລີ່ກະຮັກແລະເເພງອາທ່ຽນຕະຫລອດ ໃຫ້ຄວາມຕອ້ນຮັບດີແຕ່ມື້ແລກທີ່ພາມາເຈີ່ ຮູ້ສຶກປຶ້ມໃຈສຸດໆ ທີ່ທັງ 2 ຄອບຄົວຮັກກັນ

ອັນນີ້ແລ້ວແຕ່ໃຜມັນເດີ້ທຸກຄົນ ໂນດາມ້າ
ຈາກ: ຢາກງາມ BY KELLY