ໂຄ້ງສຸດທ້າຍ ອວດຫຸ່ນ ແລະ ກ້າມ ຂອງ 12 ໜຸ່ມ ໃນຊຸດລອຍນໍ້າ Mister Global Laos 2022 ໃກ້ມື້ຕັດສິນແລ້ວ

ໂຄ້ງສຸດທ້າຍ ອວດຫຸ່ນ ແລະ ກ້າມ ຂອງ 12 ໜຸ່ມ ໃນຊຸດລອຍນໍ້າ Mister Global Laos 2022 ໃກ້ມື້ຕັດສິນແລ້ວ

November 17, 2022 Off By FC

ນາທີນີ້ຕ້ອງຍອມຄວາມຮ້ອນແຮງຂອງໜຸ່ມໆທັງ 12 ຄົນນີ້ແລ້ວ! ຫຼັງຈາກທີ່ກອງປະກວດ Mister Global Laos 2022 ພາໄປເກັບໂຕ ແລະ ປັ້ນຫຸ່ນ ຜູ້ເຂົ້າປະກວດແຕ່ລະຄົນກໍມີການພັດທະນາຂຶ້ນຫຼາຍຈົນໜ້າຕົກໃຈ!

ຕ່າຍ – ອານຸສອນ ໄຊຍະລາດ MGL01 ອາຍຸ 20 ປີ ນັກສຶກສາປີ 2 ຢູ່ມະຫາວິທະຍາໄລແຫ່ງຊາດຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການກວດສອບ. ຕ່າຍເປັນຄົນໜຶ່ງທີ່ມັກອອກກຳລັງກາຍ ແລະ ຫລິ້ນກີລາຫຼາກຫຼາຍປະເພດໄດ້ຮຽນຮູ້, ຊຶມຊັບ ມາຕັ້ງເເຕ່ນ້ອຍ ບໍ່ວ່າຈະເປັນກີລາມວຍລາວ, ບານເຕະ ແຕ່ພໍໃຫຍ່ຂຶ້ນມາ ໄດ້ຜັນປ່ຽນກີລາ ມາຫລິ້ນກີລາບານສົ່ງ ຈົນເຖິງປັດຈຸບັນ.

ວິຊຽນ – ວິຊຽນ ພູລະວົງ MGL02 ໄດ້ເບິ່ງການປະກວດຂອງປີທີ່ແລ້ວກໍເລີຍ ກະຕຸ້ນໃຫ້ໂຕເອງໃຫ້ຢາກມາຫຼາຍ ຫລັງຈາກນັ້ນນ້ອງກໍເລີ່ມກຽມໂຕໃຫ້ພ້ອມໂດຍການອອກກຳລັງກາຍດູແລຜິວພັນໃຫ້ດີ ແລະ ຊ້ອມຍ່າງ ຊ້ອມໂພສທ່າຢູ່ເຮືອນ

ແບ້ງ – ສຸກປະເສີດ ມູນລາດຊະວົງ MGL03 ໜຶ່ງໃນຜູ້ເຂົ້າປະກວດຊາຍງາມທີ່ໜ້າຈັບຕາເບິ່ງ ສູງຍາວ ເຂົ່າດີ ດີກຣີນັກກີລາທີມຊາດລາວບານສົ່ງຊາຍຫາດ

ໂຊໂລ້ – ໂຊໂລ້ ມີນ້ອຍມະນີ MGL04 ໜຸ່ມອາລົມດີ ຍິ້ມເກັ່ງ ເປັນມິດ ໃຈບຸນ
ອີກໜຶ່ງຜູ້ເຂົ້າປະກວດທີ່ມີຄວາມມຸ່ງໝັ້ນໃນການເປັນຊາຍງາມ ມາຮູ້ຈັກ ແລະ ເປັນກໍາລັງໃຈໃຫ້ໜຸ່ມຄົນນີ້ນໍາກັນ. ປັດຈຸບັນໂຊໂລ້ ອາຍຸ 25 ປີ ຮຽນຈົບຄະນະເສດຖະສາດ ແລະ ບໍລິຫານທຸລະກິດພາກເສດຖະສາດ ສາຂາເສດຖະສາດນໍາໃຊ້.

“ເເສງປະເສີດ ໄຊຍະສິງ” ຫລື ເເຂກ MGL05 ປັດຈຸບັນເເມ່ນເປັນຄູ່ຝຶກສອນກີລາ ຫຼື ວ່າເທຣນເນີປະຈໍາຟິດເນັດ ແລະ ເປັນຊາຍງາມຕົວແທນນະຄອນຫຼວງ.

“ໂປເຕ້ ສີແສງລັດ” MGL06 ຜູ້ທີ່ມີຄວາມສົນໃຈໃນການເປັນນາຍແບບ ແລະ ວົງການບັນເທີງ. ທັງຍັງເປັນຄົນທີ່ມັກທາງດ້ານການເຕັ້ນ ເພາະເຕ້ຄິດວ່າເຕ້ສາມາດທີ່ຈະຮຽນຮູ້ໄດ້ໄວ ມັນເຮັດໃຫ້ເຕ້ຮູ້ສຶກຜ່ອນຄ່ອຍ, ມີຄວາມສຸກ ແລະ ມີຄວາມສຸກໄປກັບມັນ.

“ສຸລິຍົງ ຈັນທະລາສອນ” ຫຼື ໂຕໂຕ້ ອາຍຸ 27 ປີ ໜຸ່ມທະນາຄານໝາຍເລກ MGL07 ຟິດຫຸ່ນມາເພື່ອຊະນະການປະກວດ Mister Global Laos 2022 ແລະ ມີຄວາມຝັນຢາກຕໍ່ຍອດໃນວົງການບັນເທີງ.

ອານັນ – ອານຸວັດ ແວ່ນແກ້ວ ຜູ້ເຂົ້າປະກວດ Mister Global Laos 2022 ໝາຍເລກ MGL08, ອານັນເຂົ້າມາປະກວດດ້ວຍເປົ້າໝາຍທີ່ວ່າຢາກຈະເພີ່ມຄວາມໝັ້ນໃຈ ແລະ ເອົາຊະນະຄວາມຂີ້ອາຍ ເວົ້າບໍ່ເກັ່ງຂອງຕົນ.
ຄວາມສາມາດພິເສດຂອງກໍເປັນການຫຼິ້ນເປັນກີລາບານເຕະເຊິ່ງອານັນກໍມັກກີລາບານເຕະຫລາຍ ເເລະ ກໍເຄີຍຄິດຢາກເປັນນັກກີລາອາຊີບອີກດ້ວຍ

ຫຼາຍ – ບຸນຫຼາຍ ລັດຕະນະກອນ MGL09 ຢາກຫຼິ້ນກີລາ ມາຫາອາຈານຄົນນີ້! ໜຸ່ມຫຼວງພະບາງ ປັດຈຸບັນອາຍຸ 24 ປີ ປະກອບອາຊີບເປັນຄູສອນກີລາບານສົ່ງ. ສິ່ງທີ່ກະກຽມຄືຕ້ອງຟິດຫຸ່ນໃຫ້ໄດ້ສັດສ່ວນຂຶ້ນ ມີກ້າມຂື້ນອີກ ແລະ ຈິດໃຈທີ່ຕ້ອງພ້ອມ ໝັ້ນໃຈສະເຫມີ ຄິດວ່າຄວາມສາມາດພິເສດຂອງຕົນແມ່ນເປັນນັກກີລາທີ່ມີວິໄນ.

“ສັກສິດ ສີຈັນໂທ” ຫຼື ແມັກ ໜຸ່ມກ້າມແໜ້ນ 2022 ບອກເລີຍຄົນນີ້ງານດີ ທັດສະນະຄະຕິບວກ.
ແມັກປັດຈຸບັນ ອາຍຸ 26 ປີ ຮຽນຈົບສາຍການເງິນການບັນຊີ ແລະ ບໍລິຫານທຸລະກິດຢູ່ລາວ ເຮັດວຽກກ່ຽວກັບການກວດສອບຄວາມເສຍຫາຍທາງດ້ານຊັບສິນຢູ່ບໍລິສັດປະກັນໄພ.

ແຈັກກີ້ ບ່າວແພດສະຫວັນນະເຂດ ຜູ້ເຂົ້າປະກວດ MGL11 ຈາກເວທີ Mister Global Laos 2022 ປັດຈຸບັນຍັງເປັນນັກສຶກສາຢູ່ທີ່ວິທະຍາໄລວິທະຍາສາດສຸຂະພາບ ສະຫວັນນະເຂດ ສາຂາການແພດທົ່ວໄປ, ແຈັກກີ້ ມັກຖ່າຍຮູບ (ເຖິງຊິຖ່າຍຮູບບໍ່ຂຶ້ນ ແຕ່ກໍມັກ) ແລະ ອີກສິ່ງໜຶ່ງທີ່ມັກຄືກັນກໍ່ຄືມັກຊ່ວຍເຫລືອຜູ້ຄົນ.

ສີສຸວົງ ໂພທີສານ ຫຼື ດິນ ອາຍຸ 24 ປີ ປັດຈຸບັນເປັນນັກຂ່າວ, ພິທີກອນ (ຂຽນຂ່າວ, ອ່ານຂ່າວ, ພາກສຽງ, ຖ່າຍຮູບໃນບາງໂອກາດ) ຜູ້ເຂົ້າປະກວດໃນເວທີ Mister Global Laos 2022 MGL12 ເປັນຄົນແຂວງສະຫວັນນະເຂດແດນກາງໄດໂນເສົາ.

19-20 ພະຈິກ 2022 ນີ້ຮູ້ກັນ ໃຜຈະໄດເປັນ Mister Global Laos 2022 ຖ່າຍທອດສົດຜ່ານທາງເພກ Mister Global Laos

ຂໍ້ມູນຈາກ ມ່ວນລາ