
ວ່າດ້ວຍເລື່ອງຄວາມຄຽດເນາະ ເມຍຄຽດໃຫ້ຜົວ ແລ້ວໜີໄປລີ້ຢູ່ທໍ່ນໍ້າ 4 ມື້ ຊຸ່ມເຈົ້າບໍ່ເປັນແບບນັ້ນຕີ້
November 16, 2022ຢ່າຫາເຮັດ ຄຽດໃຫ້ຜົວ ແລ້ວໜີໄປລີ້ຢູ່ທໍ່ນໍ້າ 4 ມື້
ສື່ຕ່າງປະເທດເຜີນຍເລື່ອງລາວສຸດຮາ ຄື ທ້າວ ວິທະນາ ອາຍຸ 36 ປີ ໄດ້ແຈ້ງນາຍບ້ານ ແລະ ເຈົ້າໜ້າ ພ້ອມດ້ວຍກູ້ໄພ ອອກຊອກຫາເມຍຊື່ ນາງ ຈຳ ອາຍຸ 21 ປີ ໄດ້ຫາຍໂຕອອກຈາກເຮືອນໄປ ເປັນເວລາ 4 ມື້ ( 8 ພະຈິກ ) ມາຮອດວັນທີ 12 ພະຈິກ
ເວລາປະມານ 14:45 ໂມງ ຜູ້ຊ່ວຍນາຍບ້ານໄດ້ພົບເຫັນຮອຍຕີນຢູ່ບໍລິເວນແອ່ງນໍ້າ ຈຶ່ງເຂົ້າໄປສ່ອງຢູ່ບໍລິເວນທໍ່ລະບາຍນໍ້າຂະໜາດເສັ້ນຜ່າ ສູນ ກາງ 1,20 ແມັດ ພົບຍິງສາວຢູ່ໃນນັ້ນ ແລະ ຫຼາຍຄົນກໍ່ໄດ້ເຂົ້າໄປເວົ້າໃຫ້ອອກມາ
ແຕ່ຜູ້ກ່ຽວບໍ່ຍອມອອກມາ. ສຸດທ້າຍຜູ້ເປັນຜົວ ຕ້ອງໄດ້ເຂົ້າໄປຂໍໂທດ ແລ້ວຄານ ເຂົ້າໄປອຸ້ມໂຕອອກມາຈາກທໍ່ ກ່ອນທີ່ຈະນຳໂຕສົ່ງໂຮງໝໍ ເພາະມີອາການອ່ອນເພຍຍ້ອນບໍ່ໄດ້ກິນເຂົ້າມາຫຼາຍມື້.
ທາງດ້ານພໍ່ຂອງຜູ້ເປັນຜົວເລົ່າວ່າ: ມື້ເກີດເຫດ ລູກຊາຍຂອງຕົນໄດ້ຫຼິ້ນໃຊ້ມືສັບໝາກກອກພັນລະຍາ ແລ້ວບໍ່ຍອມຂໍໂທດ ລວມເຖິງມື້ນັ້ນລູກຊາຍກໍ່ຫຍຸ້ງວຽກບໍ່ໄດ້ດູ ແລເບິ່ງແຍງ ຈຶ່ງເຮັດໃຫ້ເມຍຂອງລູກຊາຍຄຽດຈິ່ງຫນີໄປລີ້ຢູ່ທໍ່ນໍ້າດັ່ງກ່າວ!