
ຄິດແນວໃດກັບພາບນີ້ ພຣະສົງນັ່ງພື້ນ ແລ້ວພໍ່ອອກຍາດໂຍມນັ່ງຕັ່ງ
November 16, 2022ທັມມະພຣະລາວ + DhammaCoach ໂພສພາບ ແລະ ຂໍ້ຄວາມວ່າ
ເບິ່ງລະຄຶດເອົາເອງເດີ ອາຈານບໍ່ຢາກວ່າຫຍັງຕໍ່
ພິຈາຣະນາຄວາມເຫມາະສົມເອົາເອງ
.
ເພາະເບິ່ງແລ້ວກະເປັນຜູ້ໃຫຍ່ຫລາຍຄົນ
ເພິ່ນຄົງແຍກແຍະພິຈາຣະນາຄວາມເຫມາະສົມໄດ້
ຖ້າຖືເບົາ ຖ້າບໍ່ໃສ່ໃຈຫລັກປະຕິບັດພິທີການທາງສາສະນາ
ກະບໍ່ຮູ້ຈະວ່າຫຍັງກັນຕໍ່
.
ສູ່ມື້ນີ້ເຮັດຫຍັງກໍພໍແຕ່ເປັນພິທີ ແລ້ວຍັງບໍ່ເຂົ້າໃຈພິທີອີກ
ຕອນບຸນທາດຫລວງກະເຫັນເອົາເບຍມາໃສ່ງານຕັກບາດ
ອາຈານຫາກບໍ່ຢາກທ້ວງ ເລີຍບໍ່ເອົາມາເວົ້າ
.
ຫມູ່ເຮົາເຈົ້າຂ້ອຍເຮັດຫຍັງກໍຄວນມີຜູ້ຮູ້ແນະນໍາກັນ
ບໍ່ແມ່ນບໍ່ຮູ້ກໍບໍ່ສຶກສາຫຍັງເລີຍ ເຮົາມີຄວາມຮູ້ມີການສຶກສາ
ເຮົາຈຶ່ງໃສ່ໃຈ ບໍ່ລະເລີຍເມີນເສີຍຄວາມຖືກຕ້ອງເຫມາະສົມ
ນົບມືເອົາບຸນ
.
ຕ້ອງເຮັດໃຫ້ມັນສົມຈະໄດ້ບຸນ
ຢ່າເຮັດແຕ່ເປັນພິທີຢ່າງດຽວເນາະ
ທົບທວນກັນແດ່ເນີ
ເປັນແບບຢ່າງທີ່ດີແກ່ລູກຫລານລຸນຫລັງແດ່ເນາະ
ຈັດທີ່ນັ່ງໃຫ້ເຫມາະສົມເຢີ ຢາກນັ່ງສູງກໍຢ່າຈັດໃຫ້ພຣະນັ່ງຕ່ໍາກວ່າເຮົາ
ຂະຫນາດບາງຄົນເປັນເຈົ້າຊີວິດເພິ່ນຍັງຮູ້ຂາບພຣະ
ບໍ່ນັ່ງສູງກວ່າພຣະສົງອົງຄະເຈົ້າ ພໍ່ແມ່ເຮົາສອນກັນມາ