
ດີໆ ຮ່ວມເຊຍລາວ ! ຄັ້ງທໍາອິດ ລາວ ສົ່ງຕົວແທນ ປະກວດ Miss and Mister Deaf Universum (ຍິງຊາຍງາມຫູໜວກ)
November 16, 2022ຄວາມມາດຂອງແຕ່ລະຄົນມີຢູ່ແລ້ວ ຢູ່ທີ່ໂອກາດ ແລະ ການສົ່ງເສີມ ບໍ່ວ່າເຮົາຈະເປັນຄົນສົມບູນແບບ ຫຼື ມີຈຸດບົກຜ່ອງກໍຕາມ ຖືກເປັນອີກໜຶ່ງບາດກ້າວໃໝ່ຂອງລາວໃນເວທີປະກວດນາງງາມ-ຊາຍງາມ ທີ່ຫຼ້າສຸດລາວເຮົາສົ່ງໂຕແທນປະກວດໃນເວທີປະກວດສຳລັບຜູ້ບົກຜ່ອງທາງການໄດ້ຍິນ ຫຼື ຫູໜວກ
ໂດຍໃນຕອນບ່າຍຂອງວັນທີ 14 ພະຈິກ 2022 ນັ້ນ ໄດ້ມີການຖະແຫຼງຂ່າວກ່ຽວກັບການສົ່ງຕົວແທນຈາກປະເທດລາວເຂົ້າຮ່ວມການປະກວດ Miss and Mister Deaf Universum (MMDL) ຢູ່ທີ່ບາງກອກ ປະເທດໄທ ເຊິ່ງຕົວແທນຈາກລາວແມ່ນ ນາງ ສາວິຕີ ຂັນທະວົງ ແລະ ທ້າວ ໄຊສະໝອນ ມູນຊົມພູ ນັ້ນເອງ
.
ພາຍໃນງານຖະແຫຼງຂ່າວ ທັງສອງຄົນເຊິ່ງມາໃນຊຸດລາວ ໄດ້ສະແດງຄວາມສາມາດໃນການຟ້ອນປະກອບເພງ “ສຽງແຄນລາວ” ເຊິ່ງເຖິງວ່າທັງສອງຈະບໍ່ໄດ້ຍິນສຽງດົນຕີທີ່ເປີດຢູ່ ແຕ່ກໍສາມາດຟ້ອນເຂົ້າກັບຈັງຫວະເພງໄດ້ເປັນຢ່າງດີ ເຊິ່ງນີ້ເປັນຜົນຈາກການຊ້ອມຢ່າງໜັກກ່ອນທີ່ຈະອອກມາເປັນການສະແດງທີ່ສວຍງາມນີ້.
ສາວິຕີ ແລະ ໄຊສະໝອນ ຈະໄດ້ເດີນທາງໃນວັນທີ 27 ພະຈິກ ນີ້ ໂດຍມື້ປະກວດຮອບຕັດສິນແມ່ນວັນທີ 3 ທັນວາ 2022 ໂດຍມີ 25 ປະເທດເຂົ້າຮ່ວມ
.
ເວທີ Miss and Mister Deaf Universum ແມ່ນພື້ນທີ່ສຳລັບສ້າງຄວາມຮັບຮູ້ຜ່ານກິດຈະກຳຕ່າງໆທີ່ຫຼາກຫຼາຍກ່ຽວກັບຄວາມຄອບຄຸມທາງສັງຄົມ (Social inclusion) ໂດຍອີງໃສ່ຂໍ້ຕົກລງຂອງສະຫະປະຊາຊາດເຊິ່ງມີເປົ້າໝາຍເພື່ອສົ່ງເສີມ, ປ້ອງກັນ ແລະ ຮັບປະກັນສິດທິດມະນຸດທັງໝົດ ແລະ
.
ສິດທິພື້ນຖານ ລວມທັງເສລີພາບຂອງຜູ້ພິການທາງການໄດ້ຍິນຢ່າງເຕັມທີ່ ແລະ ທ່ຽງທຳ. ພ້ອມນີ້ກໍສົ່ງເສີມການເຄົາລົບກຽດຂອງພວກເຂົາໂດຍການກ້າວຂ້າມອຸປະສັກທີ່ກີດຂວາງການມີສ່ວນຮ່ວມຢ່າງເຕັມທີ່ ແລະ ມີປະສິດທິພາບຂອງພວກເຂົາໃນສັງຄົມ ໂດຍອີງໃສ່ພື້ນຖານຄວາມເທົ່າທຽມກັບຄົນອື່ນໆ
.
ຮ່ວມເຊຍລາວ ແລະ ໃຫ້ກໍາລັງໃຈ
ທີ່ມາ: Laoyouth FM90