ເຈ້ຍ ປາຊີຟິກ ໂພສວັນຄົບຮອບ 21 ປີ “ຂອບໃຈຄວາມຮັກຂອງເຈົ້າ ໄຊ ຕອນຂ້ອຍເປັນແຟນເຈົ້າທໍາອິດ ໃຜກະເວົ້າວ່າດອກຟ້າກັບຫມາວັດ”

ເຈ້ຍ ປາຊີຟິກ ໂພສວັນຄົບຮອບ 21 ປີ “ຂອບໃຈຄວາມຮັກຂອງເຈົ້າ ໄຊ ຕອນຂ້ອຍເປັນແຟນເຈົ້າທໍາອິດ ໃຜກະເວົ້າວ່າດອກຟ້າກັບຫມາວັດ”

November 15, 2022 Off By FC

ເຈ້ຍປາຊີຟິກ ໂພສຮູບພາບຄົບຮອບ 21ປີ ພ້ອມກັບແຄັບຊັ່ນສຸດຫວານຂອບໃຈໄຊພັນລາຍາຜ່ານເຟສບຸກຂອງຕົນເອງ ວ່າ
Happy anniversary 21 years

ຂອບໃຈຄວາມຮັກ ອັນສວຍງາມຂອງເຈົ້າ ໄຊ ຕອນຂ້ອຍເປັນແຟນເຈົ້າທໍາອິດ ໃຜກະເວົ້າວ່າດອກຟ້າກັບຫມາວັດ ເຮົາບໍ່ມີຫຍັງສົມກັນເລີຍ ທັງທາງຖານະແລະຫນ້າຕາ ເຈົ້າບໍໄດ້ງາມແຕ່ຫນ້າຕາ ເຈົ້າງາມທັງຈິດໃຈ ຂ້ອຍໂຊກດີຫລາຍທີ່ໄດ້ເຈົ້າມາເປັນຄູ່ຊີວິດ

ຕະຫລອດ 21ປີ ທີ່ຜ່ານມາເຮົາຮ່ວມທຸກ ຮ່ວມສຸກນໍາກັນມາ ເຮົາມີເວລາຮັກກັນ ບໍ່ເຂົ້າໃຈກັນ ເລີກກັນ ແຕ່ສິ່ງຫນື່ງທີ່ເຮັດໃຫ້ເຮົາຢູ່ນໍາກັນທຸກມື້ນີ້ ຄືການໃຫ້ ອາໄພ ເຊິ່ງກັນແລະກັນ ພ້ອມກັບການເຂົ້າໃຈ ແລະ ເຈົ້າໃຫ້ອິດສະຫລະກັບຂ້ອຍ ບໍ່ວ່າຈະເປັນເລື່ອງໃດ ເຈົ້າເຄົາລົບໃນການຕັດສິນໃຈຂ້ອຍ ເຈົ້າຊັບພອດຂ້ອຍທຸກຢ່າງ

ຂ້ອຍອອກໄປຫລີ້ນນໍາຫມູ່ທຸກເທື່ອ ເຈົ້າຖາມຕະຫລອດ ມີເງີນລະບໍ ຈົກເງີນມາໃສ່ກະເປົາໄວ້ໃຫ້ ບາງເທື່ອກະໂອນ
ຂອບໃຈທີ່ຢູ່ຄຽງຂ້າງກັນມາຕະຫລອດເດີ້ໄຊ

ເຈ້ຍ ຮັກ ໄຊ ເຕັມ ຄາຣາເບວ ເລີຍ
ເປັນອີກຄູ່ທີ່ໜ້າຮັກຫຼາຍແລະເໝາະສົມກັນທີ່ສຸດ

CR.Fb Phoumsana Sirivongsa