“ເຊີໄພ້ແບບສວຍງາມທີ່ສຸດໃນຊິວິດ I’m said yes” ເຈນນີ້ ຕົ້ນຄໍາ ຖືກແຟນເຊີໄພ້ຂໍແຕ່ງ ຫຼັງຄົບມາ 7 ປີ

“ເຊີໄພ້ແບບສວຍງາມທີ່ສຸດໃນຊິວິດ I’m said yes” ເຈນນີ້ ຕົ້ນຄໍາ ຖືກແຟນເຊີໄພ້ຂໍແຕ່ງ ຫຼັງຄົບມາ 7 ປີ

November 13, 2022 Off By FC

ຍິນດີນໍາອີກຄູ່ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ແລະ ແຟນໜຸ່ມ Eck Ehouse ກຽມສະຫຼະໂສດອີກຄູ່ ຄືໜຸ່ມ Eck Ehouse ແຟນໜຸ່ມຂອງຕົ້ນຄໍາ ຂໍ ແຕ່ງດອງໃນງານ ຄອນເສີດ ທີ່ Resort & Farm Somseng By 3434
ໂດຍ ໂພສເຈນນີ້ໂພສວ່າ “13/11/2022 Happy Anniversary 7th ເຈີເຊີໄພ້ແບບສວຍງາມທີ່ສຸດໃນຊິວິດ I’m said yes”

.

.

ຊິວິດການເປັນແຟນຂອງເຮົາ ເຮົາຄົບກັນຕັ້ງແຕ່ ມື້ທີເຈົ້າເປັນພະນັກງານບໍລິສັດ Organizer ຂ້ອຍເອງເປັນພິທິກອນຕາມ Event.! ຄົບກັນໄດ້ 2 ປີ ເຈົ້າຕັດສິນໃຈອອກຈາກບໍລິສັດ ເພື່ອຢາກມາສ້າງບໍລິສັດເປັນຂອງຕົນເອງ ເພື່ອຢາກສ້າງອານາຄົດທີ່ດີໃຫ້ກັບຂ້ອຍ ຈົນມາມື້ນີ້ເຈົ້າມີບໍລິສັດ ຈັດງານແບບເຕີບໂຕກ້າວກະໂດດ ຂ້ອຍເອງກໍ່ມີບໍລິສັດ Modeling ເປັນຂອງໂຕເອງ ຂອບໃຈຄວາມຮັກທີ່ສວຍງາມທີ່ເຮົາມອບໃຫ້ກັນ ຂອບໃຈມື້ນີ້ ທີ່ເຈົ້າສ້າງຄວາມຊົງຈຳທີ່ສວຍງາມທີ່ສຸດໃຫ້ກັບຜູ້ຍິງຄົນນີ້ ໃນການຂໍແຕ່ງງານ

.

ມື້ນັ້ນເພີ່ນຈັດງານແລ້ວຍິ່ງພຸ ເຄີຍຢຶນເບິ່ງພຸແລ້ວບອກເພີ່ນວ່າງາມເນາະ… ບໍ່ຄິດວ່າມື້ນີ້ເພີ່ນຈະຈູດພຸຂໍແຕ່ງງານເຮົາ

ເຮົາຄົງອາດບໍ່ຮູ້ ວ່າອານາຄົດຈະເປັນແບບໄດ ແຕ່ໃນປະຈຸບັນນີ້ຈະຂໍຮັກ ແລະ ດູແລຜູ້ຊາຍຄົນນີ້ຕະຫລອດໄປ ຮັກຄຸນຫມູທີສຸດໃນຫົວໃຈ ແລະ ຂອບໃຈອ້າຍເອື້ອຍຂອງເຈນ ນ້ອງນິດ ແມ່ວີ່ວີ່ ເອື້ອຍນ້ອຍ ເອື້ອຍກີ້ ເອື້ອຍເບ ແລະ ຄົນອ້ອມຂ້າງທີມຮ່ວມເຊີໄພ້ໃນຄັ້ງນີ້

.

ແນວໃດກໍຍິນດີນໍາ ແລະ ຖ້າຕິດຕາມຂ່າວດີໄດ້ເລີຍ

.

.

ຈາກ: Tonkham Phonchanheuang