ສໍາເລັດແລ້ວ 70% ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ກຽມເລີຍໃຜຈະຮຽນ

ສໍາເລັດແລ້ວ 70% ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ກຽມເລີຍໃຜຈະຮຽນ

November 12, 2022 Off By FC

ຄະນະຮັບຜິດຊອບໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວໄດ້ລາຍງານໃຫ້ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງໄປເຄື່ອນໄຫວຕິດຕາມພາກສະໜາມກໍ່ສ້າງຢູ່ເຂດສະໝາມກີລາແຫ່ງຊາດ (ຫຼັກ 16) ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ:

.

ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ໄດ້ເລີ່ມຈັດຕັ້ງປະຕິບັດກໍ່ສ້າງມາແຕ່ເດືອນກັນຍາ 2021 ເປັນຕົ້ນມາ ປັດຈຸບັນ ສະພາບການກໍ່ສ້າງທາງດ້ານໂຄງລ່າງພື້ນຖານແມ່ນມີຄວາມຄືບໜ້າ ແລະສໍາເລັດແລ້ວ 70% ຄາດໝາຍຈະໃຫ້ສໍາເລັດ ແລະມອບໃຫ້ກະຊວງສຶກສາທິການ ແລະກີລາ ນໍາໃຊ້ໃນທ້າຍປີ 2023 ທີ່ຈະມາເຖິງນີ້.

.

ໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານແຫ່ງສາທາລະນະລັດ ປະຊາຊົນຈີນ ພາຍໃຕ້ສົນທິສັນຍາຮ່ວມມືດ້ານເສດຖະກິດ ເຕັກນິກ ເພື່ອສ້າງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟລາວ ເປັນສະຖານທີ່ຈັດຕັ້ງການຮຽນການສອນ ຈັດເຝິກອົບຮົມໄລຍະສັ້ນ-ໄລຍະຍາວ ກໍ່ສ້າງນັກວິຊາການ ນາຍຊ່າງເຕັກນິກດ້ານການລົດໄຟ ເພື່ອຕອບສະໜອງແຮງງານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍຄືລະບົບການຂົນສົ່ງທາງລາງຢູ່ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ.


ຂ່າວ: ວຽງຈັນໃຫມ່