
ເຈົ້າເຊຍທີມໃດ ບ່າວຊຽງຂວາງ ຫຼື ບ່າວນະຄອນຫຼວງ ໃນການແຂ່ງຂັນບານເຕະແຫ່ງຊາດ 2022 ມື້ແລງຮອບຕັດສິນໃຜຈະເປັນແຊັມ
November 12, 2022ຊຽງຂວາງ ຫຼື ນະຄອນຫຼວງ ຈະໄດ້ເປັນແຊມປີນີ້ ລຸ້ນກັນ
ໃນການແຂ່ງຂັນ ບານເຕະແຫ່ງຊາດປະຈຳປີ 2022 ຮອບຊິງຊະນະເລີດ ມື້ແລງນີ້ 12 ພະຈິກ 2022
ເຊີນຊົມການແຂ່ງຂັນບານເຕະແຫ່ງຊາດປະຈຳປີ 2022 ຮອບຊິງຊະນະເລີດ
ແຂວງ ຊຽງຂວາງ ພົບ ນະຄອນຫຼວງວຽງຈັນ ວັນເສົາ 12/11/2022 ເວລາ 16:00
ສະຫນາມກິລາແຫ່ງຊາດ ຫຼັກ16 ສະໜາມໃນ ເຂົ້າຊົມຟຣີ
ໃຜທີ່ບໍ່ສະດວກໄປຊົມທີ່ສະໜາມ ສາມາດຕິດຕາມ ການຖ່າຍທອດສົດ ທາງໂທລະພາບລາວສະຕຣາ, ເຟສບຸກ, Youtube ແລະ Elevensports
.
ພິເສດ ພາຍໃນງານມີກິດຈະກຳແຈກໃຫ້ກັບແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນ ພິເສດໄປກວ່ານັ້ງຍັງມີການສະແດງຮ້ອງເພງຈາກນັກຮ້ອງທີ່ມີຊື່ສຽງໂດ່ງດັ່ງ ເຈົ້າຂອງບົດເພງ ” ພະລັງລາວ ” ຕີ ອຸດາໄລ, ແຟນບານຫ້າມພາດ.