
ລະວັງກັນໄວ້ ມີຜູ້ຕິດເຊື້ອພະຍາດສຸກລິງ ຢູ່ລາວແລ້ວ ກໍລະນີທໍາອິດ
September 19, 2023ພະຍາດໝາກສຸກລີງ ຫຼື ທີ່ທຸກຄົນເຄີຍໄດ້ຍິນມາເປັນໄລຍະວ່າພະຍາດດາກລີງ ຊຶ່ງພາສາອັງກິດເອີ້ນວ່າ (Monkeypox) ເປັນເຊື້ອໄວຣັສ Othopoxvirus ເປັນເຊື້ອໄວຣັສພະຍາດໄຂ້ທໍລະພິດ ທີ່ສ່ວນໃຫຍ່ຈະພົບໃນສັດປ່າ ແຕ່ຖ້າມີການສຳພັດອາດຈະຕິດເຊື້ອມາສູ່ຄົນ.
ຜ່ານມາເຮົາເຄີຍເຫັນແຕ່ໃນຂ່າວພົບຜູ້ຕິດເຊື້ອຢູ່ຕ່າງປະເທດ ແຕ່ຈາກການລາຍງານ ໃນວັນທີ 19 ກັນຍາ 2023 ນີ້ຈາກກະຊວງສາທາລະນະສຸກເຫັນວ່າໄດ້ກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ກໍລະນີທຳອິດ ໃນ ສປປ ລາວແລ້ວ.
ດັ່ງນັ້ນ, ກະຊວງສາທາລະນະສຸກ ຈຶ່ງໄດ້ອອກແຈ້ງການເຖິງພະແນກສາທາລະນະສຸກທົ່ວປະເທດວ່າ: ເນື່ອງຈາກວ່າ ປັດຈຸບັນມີການຢັ້ງຢືນກໍລະນີຕິດເຊື້ອພະຍາດໝາກສຸກລີງ ກໍລະນີທຳອິດ ຢູ່ໃນ ສປປ ລາວ; ເຊິ່ງຜູ້ກ່ຽວມີປະຫວັດການຕິດເຊື້ອມາຈາກປະເທດໃກ້ຄຽງ, ສົມທົບກັບ ມີການເດີນທາງເຂົ້າ-ອອກ ຂອງປະຊາຊົນລາວ
ແລະ ບັນດານັກທ່ອງທ່ຽວຈາກປະເທດໃກ້ຄຽງ, ບັນດາປະເທດທີ່ມີການລາຍງານຕົວເລກການຕິດເຊື້ອພະຍາດໝາກສຸກລີງ, ເຮັດໃຫ້ ສປປ ລາວ ມີຄວາມສ່ຽງທີ່ອາດຈະພົບກໍລະນີນຳເຂົ້າ ແລະ ຕິດເຊື້ອໃນປະເທດເພີ່ມຂື້ນໃນຕໍ່ໜ້າ.
ດັ່ງນັ້ນ ຈຶ່ງແຈ້ງມາຍັງ ທ່ານຫົວໜ້າ/ຮອງພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ ເພີ່ມທະວີເອົາໃຈໃສ່ໃນການຕິດຕາມເຝົ້າລະວັງ, ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໝາກສຸກລີງ (Monkey Pox) ໃນກຸ່ມຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ, ໂດຍສະເພາະແຂວງທີ່ມີຊາຍແດນຕິດກັບປະເທດທີ່ມີກໍລະນີການລາຍງານການຕິດເຊື້ອ ໃນນັ້ນ
1). ມອບໃຫ້ແຕ່ລະແຂວງ, ນະຄອນຫຼວງປະເມີນຄວາມສ່ຽງໃນເບື້ອງຕົ້ນຂອງແຂວງຕົນ ແລະ ກໍານົດທິດທາງການກະກຽມຄວາມພ້ອມໃນການປ້ອງກັນ ແລະ ໂຕ້ຕອບໃນການຮັບມືຖ້າມີກໍລະນີເກີດຂຶ້ນໃໝ່;
2). ຊີ້ນຳໃຫ້ໂຮງໝໍແຂວງ, ເມືອງ ແລະ ສະຖານທີ່ບໍລິການສາທາລະນະສຸກລວມທັງຫ້ອງກວດພະຍາດເອກະຊົນທຸກຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ເຝົ້າລະວັງໝວດອາການໄຂ້ ແລະ ອອກຕຸ່ມ, ຖ້າພົບກໍລະນີສົງໄສ ແມ່ນໃຫ້ລາຍງານ ແລະ ເກັບຕົວຢ່າງສົ່ງມາກວດຢັ້ງຢືນ ຢູ່ສູນວິເຄາະ ລະບາດວິທະຍາແຫ່ງຊາດ ຢ່າງຮີບດ່ວນທີ່ສຸດ;
3). ກວດກາຄວາມພ້ອມດ້ານຫ້ອງວິເຄາະຂອງແຂວງ ແລະ ອຸປະກອນເກັບຕົວຢ່າງ ເພື່ອກວດວິເຄາະຢັ້ງຢືນ ແລະ ແຈ້ງຜົນການກວດການຕິດເຊື້ອພະຍາດໝາກສຸກລົງໃຫ້ໄດ້ໄວ ແລະ ຮັບປະກັນ ຄວາມຖືກຕ້ອງ;
4). ກະກຽມຄວມພ້ອມ ແລະ ສະໜອງອຸປະກອນການປິ່ນປົວ, ການປ້ອງກັນຕົນເອງ ແລະ ການເກັບຕົວຢ່າງ, ໂດຍສະເພາະ ແຂວງທີ່ມີດ່ານສາກົນ ແລະ ແຂວງທີ່ມີຄວາມສ່ຽງ;
5). ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາແກ່ ພໍ່ແມ່ປະຊາຊົນ ໃຫ້ທົ່ວເຖິງ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງຜົນຮ້າຍ ແລະ ວິທີປ້ອງກັນໂຕເອງ ຈາກພະຍາດໝາກສຸກລີງ.