
ມາຍ-ອາໂປ ມາລາວ ຫຼໍ່, ນິໄສດີ ບັນຍາກາດອົບອຸ່ນສຸດໆ ມາອີກເດີ້
September 18, 2023ບັນຍາກາດພາບຄວາມປະທັບໃຈຈາກ ຮອບພິເສດ Fan Meet ແມນສຣວງ ມາຍ-ອາໂປ 2 ໜຸ່ມສຸດຫຼໍ່ ນິໃສໜ້າຮັກສຸດໆ ເຈີໂຕຈິງຍິງຟິນ ….
.
ກະແສຕອບຮັບດີ ທັງໄທ ແລະ ຕ່າງປະເທດ ສໍາລັບ ໜັງ ແມນສຣວງ ທີ່ໄດ້ 2 ໜຸ່ມ ມາຍ ພາກພູມ ຣົມໄຊທອງ ແລະ ໜຸ່ມ ອາໂປ ນັດຖະວິນ ວັດທະນະກິດຕິພັດ ສະແດງຮ່ວມກັນ ຜົນຕອບຮັບດີຕັ້ງແຕ່ມື້ສາຍທໍາອິດ ແລະ ພິເສດສຸດໆ ສໍາລັບແຟນຄັບ ຂອງທັງ 2 ໜຸ່ມ ໃນວັນທີ 17 ກໍລະກົດ ໄດ້ມີງານ ManSuang Exclusive Fan Screening in Laosທີ່ Major Platinum Cineplex ນະຄອນຫຼວງວຽງຈັນ
.
ແຟນຄັບໜາແໜ້ນ ຢືນຖ້າດົນເທົ່າໃດກໍບໍ່ຫວັ່ນ ບັນຍາກາດອົບອຸ່ນ ແລະ ເປັນກັນເອງສຸດໆ
ຂໍໃຫ້ເຮັງໆປັງໆ ແລະ ມີຜົນງານໜ້າ ແລະ ມາທີ່ປະເທດລາວອີກເດີ້
.